Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 32:2 - ພຣະຄຳພີສັກສິ

2 ພວກເຂົາ​ຈຶ່ງ​ມາ​ຫາ​ໂມເຊ ປະໂຣຫິດ​ເອເລອາຊາ ແລະ​ບັນດາ​ຜູ້ນຳ​ຄົນອື່ນໆ​ຂອງ​ຊຸມຊົນ​ອິດສະຣາເອນ ແລະ​ກ່າວ​ວ່າ,

Uka jalj uñjjattʼäta Copia luraña




ຈົດບັນຊີ 32:2
6 Jak'a apnaqawi uñst'ayäwi  

ຖ້າ​ຜູ້ປົກຄອງ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ


ເຜົ່າ​ຣູເບັນ​ແລະ​ກາດ​ມີ​ຝູງສັດ​ເປັນ​ຈຳນວນ​ຫລວງຫລາຍ. ເມື່ອ​ພວກເຂົາ​ເຫັນ​ວ່າ ດິນແດນ​ຢາເຊ​ກັບ​ກີເລອາດ​ເໝາະ​ສຳລັບ​ການ​ລ້ຽງ​ສັດ


“ດິນແດນ​ສ່ວນ​ທີ່​ພຣະເຈົ້າຢາເວ​ໄດ້​ຢຶດເອົາ​ສຳລັບ​ປະຊາຊົນ​ອິດສະຣາເອນ​ເຊັ່ນ: ເມືອງ​ອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ​ເບໂອນ ເປັນ​ດິນ​ດີ​ຊຶ່ງ​ເໝາະ​ສຳລັບ​ລ້ຽງ​ສັດ ແລະ​ພວກ​ຄົນ​ຮັບໃຊ້​ຂອງທ່ານ​ກໍ​ມີ​ຝູງສັດ​ຫລາຍ.


ບັດນີ້ ໃຫ້​ເຈົ້າ​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ເກົ້າ​ເຜົ່າ ແລະ​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.”


ປະຊາຊົນ​ອິດສະຣາເອນ​ໄດ້​ມອບ​ເມືອງ​ຕ່າງໆ​ພ້ອມ​ທັງ​ທົ່ງຫຍ້າ​ໃຫ້​ແກ່​ພວກ​ເລວີ ໂດຍ​ການ​ໃຊ້​ສະຫລາກ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.


ເປັນຫຍັງ​ພວກເຂົາ​ຈຶ່ງ​ຢູ່​ຫລັງ​ນຳ​ຝູງແກະ? ຟັງ​ຄົນລ້ຽງແກະ​ທີ່​ກຳລັງ​ເອີ້ນ​ແກະ​ຂອງ​ພວກເຂົາ​ຢູ່? ແມ່ນແທ້ ເຜົ່າ​ຣູເບັນ​ໄດ້​ເກີດ​ແບ່ງແຍກກັນ ຈຶ່ງ​ບໍ່ໄດ້​ຕັດສິນໃຈ​ເຂົ້າ​ມາ​ສົມທົບ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka