19 ພວກເຮົາຈະບໍ່ເອົາດິນແດນສ່ວນໃດໆທີ່ທາງຟາກນັ້ນຂອງແມ່ນໍ້າຈໍແດນອີກ ເພາະໄດ້ຮັບສ່ວນແບ່ງຢູ່ທີ່ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນນີ້ແລ້ວ.”
ໂລດຜູ້ເປັນຫລານຊາຍຂອງອັບຣາມ ທີ່ອາໄສຢູ່ໃນເມືອງໂຊໂດມໃນເວລານັ້ນກໍຖືກຈັບໄປດ້ວຍ ແລະຊັບສິນເງິນຄຳທັງໝົດກໍຖືກຢຶດເອົາໄປເຊັ່ນກັນ.
ໃນຄາວທີ່ເຈົ້າເປກາໄດ້ເປັນກະສັດແຫ່ງອິດສະຣາເອນນັ້ນ ຕີກະລາດປີເລເສ ກະສັດແຫ່ງອັດຊີເຣຍໄດ້ຢຶດເອົາເມືອງຕ່າງໆດັ່ງນີ້: ອີໂຢນ, ອາເບັນເບັດມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນທັງໝົດຂອງກີເລອາດ, ຄາລີເລ ແລະເນັບທາລີ ແລະໄດ້ນຳເອົາປະຊາຊົນໄປເປັນຊະເລີຍທີ່ອັດຊີເຣຍ.
ຊັບສິນຍິ່ງຫາມາໄດ້ງ່າຍສັນໃດ ກໍຍິ່ງໃຫ້ຜົນໜ້ອຍດ້ອຍຄ່າສັນນັ້ນ.
ຄືດິນແດນທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນ ທີ່ຢູ່ກົງກັນຂ້າມກັບເມືອງເຢຣິໂກ.”
ສ່ວນເຜົ່າຣູເບັນ, ເຜົ່າກາດ ແລະເຜົ່າມານາເຊເຄິ່ງເຜົ່າໄດ້ຮັບດິນແດນ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ແບ່ງປັນໃຫ້. ດິນແດນເຫຼົ່ານີ້ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ.