Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 32:14 - ພຣະຄຳພີສັກສິ

14 ມາບັດນີ້ ພວກເຈົ້າ​ໄດ້​ເຮັດ​ຄື​ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ; ຄົນ​ບາບ​ລຸ້ນ​ໃໝ່​ນີ້​ຕຽມ​ຈະ​ນຳ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ມາ​ສູ່​ຊາດ​ອິດສະຣາເອນ​ອີກ​ແລ້ວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 32:14
19 Jak'a apnaqawi uñst'ayäwi  

ເມື່ອ​ອາດາມ​ອາຍຸ​ໄດ້ 130 ປີ, ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ເຊດ ຜູ້​ທີ່​ຄ້າຍ​ຄື​ກັບ​ລາວ​ເອງ.


ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ພວກເຂົາ​ໄດ້​ເວົ້າ​ວ່າ, “ຢ່າ​ນຳ​ຊະເລີຍເສິກ​ເຫຼົ່ານັ້ນ​ມາ​ທີ່​ນີ້ ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ໄດ້​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ ພໍ​ທີ່​ພຣະອົງ​ຈະ​ລົງໂທດ​ພວກເຮົາ​ໄດ້. ບັດນີ້ ພວກທ່ານ​ຢາກ​ເຮັດ​ສິ່ງ​ທີ່​ທະວີ​ຄວາມຜິດ​ຂອງ​ພວກເຮົາ​ໃຫ້​ເພີ່ມ​ຂຶ້ນ​ອີກ.”


ປະໂຣຫິດ​ເອຊະຣາ​ໄດ້​ຢືນ​ຂຶ້ນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກທ່ານ​ຂາດ​ຄວາມເຊື່ອ ແລະ​ໄດ້​ນຳ​ເອົາ​ຄວາມຜິດ​ມາ​ສູ່​ຊາດ​ອິດສະຣາເອນ ຍ້ອນ​ການ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ.


ສະນັ້ນ ພຣະເຈົ້າ​ຈຶ່ງ​ລົງໂທດ​ບັນພະບຸລຸດ​ຂອງ​ພວກເຈົ້າ ເມື່ອ​ພຣະອົງ​ໄດ້​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ເມືອງ​ນີ້ ແລະ​ດຽວ​ນີ້​ພວກເຈົ້າ​ຍັງ​ຂືນ​ເຮັດ ໃຫ້​ພຣະອົງ​ໂກດຮ້າຍ​ຊາດ​ອິດສະຣາເອນ​ຢູ່ ໂດຍ​ເຮັດ​ໃຫ້​ວັນ​ຊະບາໂຕ​ຂາດ​ຄວາມ​ສັກສິດ.”


ບໍ່ມີ​ຜູ້ໃດ​ຫ່ອນ​ນຳ​ເອົາ​ສິ່ງ​ສະອາດ ອອກ​ມາ​ຈາກ​ສິ່ງ​ທີ່​ເປື້ອນເປິ​ໄດ້.


ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ ແລະ​ບໍ່ໄດ້​ສັດຊື່​ດັ່ງ​ບັນພະບຸລຸດ​ຂອງ​ເຂົາເຈົ້າ ຄື​ເປັນ​ພວກ​ທີ່​ຂາດ​ຄວາມ​ໄວ້ວາງໃຈ ແລະ​ຄົດ​ດັ່ງ​ລູກໜ້າ​ທະນູ​ບ້ຽວ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊົນຊາດ​ບາບໜາ​ເອີຍ ປະຊາຊົນ​ທີ່​ຈິດໃຈ​ຊົ່ວຊ້າ​ແລະ​ຮ້າຍກາດ ເຊື້ອຊາດ​ທີ່​ເຮັດ​ບາບ ເຊື້ອສາຍ​ທີ່​ຊົ່ວຊາມ​ເອີຍ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ພຣະອົງ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ພວກເຈົ້າ​ຫຍໍ້ຫຍັນ​ຜູ້ໃດ​ກັນ​ໜໍ? ຄົນ​ຂີ້ຕົວະ​ເອີຍ


ແຕ່​ຄົນ​ລຸ້ນນີ້​ໄດ້​ທ້າທາຍ​ເຮົາ​ຄືກັນ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ໃຫ້​ຊີວິດ​ແກ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມແລ້ວ​ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ແລະ​ສັງຫານ​ພວກເຂົາ​ທັງໝົດ​ຖິ້ມ.


ຖ້າ​ຄົນ​ຢູ່​ໃນ​ເຜົ່າ​ຣູເບັນ​ແລະ​ກາດ​ຫາກ​ບໍ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ. ພຣະອົງ​ຈະ​ປະຖິ້ມ​ຄົນ​ເຫຼົ່ານີ້​ທັງໝົດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອີກເທື່ອໜຶ່ງ ແລະ​ພວກເຈົ້າ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ຄວາມ​ຈິບຫາຍ​ຂອງ​ຊາດ​ອິດສະຣາເອນ.”


ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນ​ພະຍານ​ວ່າ ພວກເຈົ້າ​ເຫັນ​ພ້ອມ​ກັບ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ພວກເຂົາ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ​ພວກເຈົ້າ​ກໍ​ເປັນ​ຜູ້​ສ້າງ​ອຸບມຸງ​ໃຫ້​ແກ່​ສົບ​ເຫຼົ່ານັ້ນ.


ຕັ້ງແຕ່​ມື້​ທີ່​ຂ້າພະເຈົ້າ​ໄດ້​ຮູ້ຈັກ​ພວກເຈົ້າ ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ຕະຫລອດ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka