Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 32:12 - ພຣະຄຳພີສັກສິ

12 ເລື່ອງ​ນີ້​ລວມ​ເຖິງ​ທຸກໆ​ຄົນ ນອກຈາກ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນີຊິດ ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ ເພາະ​ພວກເຂົາ​ໄດ້​ຕິດຕາມ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 32:12
8 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຕິດພັນ​ຢູ່​ກັບ​ພຣະອົງ​ສະເໝີ ແລະ​ມື​ຂອງ​ພຣະອົງ​ກໍ​ຮັກສາ​ຂ້ານ້ອຍ​ໄວ້​ໃຫ້​ປອດໄພ.


ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.


ແຕ່​ຍ້ອນ​ກາເລັບ ຄົນ​ຮັບໃຊ້​ຂອງເຮົາ ມີ​ທ່າທີ​ແຕກຕ່າງ​ຈາກ​ຄົນ​ເຫຼົ່ານີ້ ແລະ​ລາວ​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ນຳພາ​ລາວ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ລາວ​ໄດ້​ໄປ​ສຳຫລວດ ແລະ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ກຳມະສິດ​ດິນແດນ


ເຮົາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ພວກເຈົ້າ​ຢູ່​ທີ່​ນັ້ນ ແຕ່​ໃນ​ພວກເຈົ້າ​ຈະ​ບໍ່ມີ​ໃຜ​ໄດ້​ຢູ່ ນອກຈາກ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ເພາະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ພວກເຂົາ​ໄວ້​ວ່າ, ພວກເຂົາ​ທຸກຄົນ​ຈະ​ຕ້ອງ​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ກໍໄດ້​ເປັນ​ດັ່ງນັ້ນ​ທຸກປະການ ຍົກເວັ້ນ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ມີ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ໄປ​ເພາະວ່າ​ລາວ​ໄດ້​ສັດຊື່​ຕໍ່​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ມອບ​ດິນແດນ​ທີ່​ລາວ​ໄດ້​ຢຽບ​ເຂົ້າ​ໄປ​ນັ້ນ ໃຫ້​ແກ່​ລາວ​ແລະ​ພວກ​ລູກຫລານ​ຂອງ​ລາວ.’


ໂອດນີເອນ ລູກຊາຍ​ຂອງ​ເກນາດ​ນ້ອງຊາຍ​ຂອງ​ກາເລັບ​ຢຶດ​ເມືອງ​ນັ້ນ​ໄດ້. ດັ່ງນັ້ນ ກາເລັບ​ຈຶ່ງ​ໄດ້​ຍົກ​ອັກສາ​ລູກສາວ​ຂອງຕົນ ໃຫ້​ແຕ່ງງານ​ກັບ​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka