10 ໃນມື້ນັ້ນ ພຣະເຈົ້າຢາເວໄດ້ໂກດຮ້າຍຫລາຍ ແລະພຣະອົງໄດ້ສັນຍາດັ່ງນີ້:
ສະນັ້ນ ດ້ວຍຄວາມໂກດຮ້າຍເຮົາຈຶ່ງສັນຍາວ່າ ‘ພວກເຈົ້າຈະບໍ່ໄດ້ເຂົ້າໄປສູ່ບ່ອນພັກເຊົາຂອງເຮົາຈັກເທື່ອ.”’
ສະນັ້ນ ເຮົາຈຶ່ງໄດ້ສັນຍາໄວ້ໃນຖິ່ນແຫ້ງແລ້ງກັນດານວ່າ ເຮົາຈະບໍ່ນຳພວກເຂົາເຂົ້າໄປໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ພວກເຂົາ ຄືດິນແດນໜຶ່ງທີ່ອຸດົມສົມບູນແລະຮັ່ງມີແລະດີເລີດ.
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ປະຊາຊົນເຫຼົ່ານີ້ຍັງຈະໝິ່ນປະໝາດເຮົາອີກດົນນານປານໃດ? ເຖິງແມ່ນວ່າ ເຮົາໄດ້ເຮັດການອັດສະຈັນຫລາຍຢ່າງໃນທ່າມກາງພວກເຂົາແລ້ວ ພວກເຂົາກໍຍັງປະຕິເສດທີ່ຈະໄວ້ວາງໃຈໃນເຮົາຕະຫລອດໄປບໍ?
ແຕ່ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ທົ່ວແຜ່ນດິນໂລກຈະເຕັມໄປດ້ວຍສະຫງ່າຣາສີຂອງພຣະເຈົ້າຢາເວສັນນັ້ນ,
ພວກເຂົາຈະບໍ່ໄດ້ເຂົ້າໄປໃນດິນແດນ ຊຶ່ງເຮົາໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຂົານັ້ນຈັກເທື່ອ. ພວກທີ່ໝິ່ນປະໝາດເຮົານັ້ນ ຈະບໍ່ມີຈັກຄົນໜຶ່ງຄົນດຽວທີ່ໄດ້ເຂົ້າໄປໃນທີ່ນັ້ນ.
ພວກເຈົ້າຈະຕາຍແລະຊາກສົບຂອງພວກເຈົ້າຈະກະຈັດກະຈາຍ ທົ່ວຖິ່ນແຫ້ງແລ້ງກັນດານ. ຍ້ອນພວກເຈົ້າຈົ່ມຮ້າຍໃສ່ເຮົາ ຄົນທີ່ມີອາຍຸຊາວປີຂຶ້ນໄປໃນພວກເຈົ້າ ຈະບໍ່ໄດ້ເຂົ້າໄປໃນດິນແດນນັ້ນເດັດຂາດ.