9 ປະຊາຊົນອິດສະຣາເອນໄດ້ຈັບເອົາແມ່ຍິງ ແລະເດັກນ້ອຍມີດີອານມາເປັນຊະເລີຍ ແລະຢຶດເອົາຝູງງົວກັບຝູງແກະຕະຫລອດທັງຊັບສົມບັດຂອງພວກເຂົາ
ພວກເຂົາຍັງຢຶດເອົາຂອງມີຄ່າທັງຈັບເອົາຜູ້ຍິງແລະເດັກນ້ອຍ ແລ້ວຂົນເອົາທຸກສິ່ງໃນເຮືອນໄປຈົນກ້ຽງ.
ພວກເຂົາໄດ້ໂຈມຕີຄ້າຍພັກຂອງຄົນລ້ຽງແກະບາງບ່ອນ ໂດຍໄດ້ຕ້ອນເອົາຝູງແກະແລະຝູງອູດໄປເປັນຈຳນວນຫລວງຫລາຍ. ແລ້ວພວກເຂົາກໍກັບຄືນສູ່ນະຄອນເຢຣູຊາເລັມ.
ຍ້ອນກະສັດອາຮາດໄດ້ເຮັດບາບ, ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ຈຶ່ງໄດ້ໃຫ້ກະສັດຊີເຣຍຮົບຊະນະເພິ່ນ ແລະນຳເອົາຊາວຢູດາຈຳນວນຫລວງຫລາຍໄປເປັນຊະເລີຍທີ່ນະຄອນດາມັສກັດ. ພຣະອົງໄດ້ໃຫ້ເປກາລູກຊາຍຂອງເຣມາລີຢາກະສັດແຫ່ງອິດສະຣາເອນ ຮົບຊະນະອາຮາດຄືກັນ
ແລະຈູດເມືອງ ພ້ອມຄ້າຍພັກຂອງພວກເຂົາຖິ້ມໝົດ.
ສ່ວນພວກນາຍທະຫານກໍໄດ້ຮັກສາສິ່ງທີ່ພວກເຂົາຢຶດມາໄດ້ນັ້ນໄວ້ເປັນຂອງຕົນເອງ.
ຕະຫລອດທັງກະສັດມີດີອານຫ້າຄົນ ດັ່ງນີ້: ເອວີ, ເຣເກມ, ຊູຣະ, ຮູເຣ ແລະເຣບາ. ພວກເຂົາໄດ້ຂ້າບາລາອາມລູກຊາຍຂອງເບອໍດ້ວຍ.
ແຕ່ສ່ວນຜູ້ຍິງ, ເດັກນ້ອຍ, ຝູງສັດ ແລະສິ່ງຂອງທັງໝົດໃນເມືອງນັ້ນ ພວກເຈົ້າຢຶດເອົາເປັນຂອງຕົນເອງໄດ້. ພວກເຈົ້າອາດຈະໃຊ້ທຸກໆສິ່ງທີ່ເປັນຂອງຂ້າເສິກໄດ້; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າແລ້ວ.