Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 31:8 - ພຣະຄຳພີສັກສິ

8 ຕະຫລອດ​ທັງ​ກະສັດ​ມີດີອານ​ຫ້າ​ຄົນ ດັ່ງນີ້: ເອວີ, ເຣເກມ, ຊູຣະ, ຮູເຣ ແລະ​ເຣບາ. ພວກເຂົາ​ໄດ້​ຂ້າ​ບາລາອາມ​ລູກຊາຍ​ຂອງ​ເບອໍ​ດ້ວຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 31:8
21 Jak'a apnaqawi uñst'ayäwi  

ຄົນຊົ່ວຮ້າຍ​ຂົ່ມເຫັງ​ຄົນ​ຍາກຈົນ​ຢ່າງ​ຈອງຫອງ ຈົ່ງ​ຈັບ​ພວກເຂົາ​ໃສ່​ແຮ້ວ​ທີ່​ພວກເຂົາ​ຫ້າງ​ເອງ​ນັ້ນ.


ພຣະເຈົ້າຢາເວ​ເປີດເຜີຍ​ພຣະອົງ​ເອງ​ດ້ວຍ​ການຕັດສິນ​ອັນ​ຍຸດຕິທຳ ຄົນຊົ່ວຮ້າຍ​ກໍ​ຖືກ​ຈັບ​ໂດຍ​ສິ່ງ​ທີ່​ຕົນເອງ​ໄດ້​ກະທຳ​ໄວ້.


ຄົນດີ​ມີ​ຄວາມສັດຊື່​ນຳພາ, ແຕ່​ຄົນ​ຄົດລ້ຽວ​ກໍ​ຖືກ​ທຳລາຍ​ດ້ວຍ​ຄວາມ​ບໍ່ຈິງໃຈ​ຂອງຕົນ.


ຜູ້ສົ່ງຂ່າວ​ທີ່​ໄວ້ໃຈ​ບໍ່ໄດ້ ກໍ​ນຳ​ຄວາມ​ເດືອດຮ້ອນ​ມາ, ແຕ່​ວ່າ​ຜູ້ສົ່ງຂ່າວ​ທີ່​ເຊື່ອຖື ກໍ​ນຳ​ສັນຕິສຸກ​ມາ​ໃຫ້.


ຂ້ານ້ອຍ​ເຫັນ​ຊາວ​ກູຊານ​ພາກັນ​ຢ້ານກົວ ແລະ​ຊາວ​ມີດີອານ​ກໍ​ພາກັນ​ສັ່ນເຊັນ​ດ້ວຍ.


ບາລາອາມ​ຈຶ່ງ​ຕອບ​ພຣະເຈົ້າ​ວ່າ, “ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ກະສັດ​ແຫ່ງ​ໂມອາບ​ໄດ້​ສົ່ງ​ຄົນ​ພວກ​ນີ້​ມາ ແລະ​ບອກ​ຂ້ານ້ອຍ​ວ່າ,


ຊາວ​ໂມອາບ​ໄດ້​ເວົ້າ​ຕໍ່​ພວກ​ຜູ້ນຳ​ຊາວ​ມີດີອານ​ວ່າ, “ໃນ​ບໍ່​ຊ້າ​ປະຊາຊົນ​ອັນ​ໃຫຍ່​ນີ້​ຈະ​ທຳລາຍ​ທຸກໆ​ສິ່ງ​ທີ່​ຢູ່​ອ້ອມຮອບ​ພວກເຮົາ ເໝືອນ​ດັ່ງ​ງົວ​ກິນ​ຫຍ້າ​ຢູ່​ຕາມ​ທົ່ງ.” ຍ້ອນວ່າ​ໃນ​ເວລາ​ນັ້ນ ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ກໍ​ເປັນ​ກະສັດ​ຂອງ​ຊາວ​ໂມອາບ.


ເພິ່ນ​ຈຶ່ງ​ໄດ້​ສົ່ງ​ຄະນະທູດ​ໄປ​ເຊີນ​ເອົາ​ບາລາອາມ​ລູກຊາຍ​ຂອງ​ເບອໍ ຜູ້​ທີ່​ອາໄສ​ຢູ່​ໃນ​ເປໂທ ໃກ້​ກັບ​ແມ່ນໍ້າ​ເອີຟຣັດ​ທີ່​ດິນແດນ​ອາມາວ. ພວກເຂົາ​ໄດ້​ນຳ​ຂ່າວ​ຈາກ​ເຈົ້າ​ບາຫລາກ​ໄປ​ບອກ​ດັ່ງນີ້: “ເຮົາ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ມີ​ຊົນຊາດ​ໜຶ່ງ​ໄດ້​ມາ​ຈາກ​ປະເທດ​ເອຢິບ, ປະຊາຊົນ​ຂອງ​ຊາດ​ນີ້​ກຳລັງ​ແຜ່ຜາຍ​ໄປ​ທົ່ວ​ທຸກແຫ່ງ ແລະ​ກຳລັງ​ມີ​ອຳນາດ​ເໜືອ​ດິນແດນ​ຂອງ​ພວກເຮົາ.


ເຊື້ອສາຍ​ອິດສະຣາເອນ​ນັ້ນ​ຫລວງຫລາຍ ປຽບ​ປຸນ​ດັ່ງ​ຂີ້ຝຸ່ນ​ດິນ; ພວກເຂົາ​ທະວີຄູນ​ຂຶ້ນ​ຫລາຍ ເກີນ​ກວ່າ​ຈະ​ນັບ​ໄດ້. ຂໍ​ໃຫ້​ຂ້າພະເຈົ້າ​ສິ້ນ​ຊີບ ດັ່ງ​ປະຊາຊົນ​ຂອງ​ພຣະເຈົ້າ​ຄົນໜຶ່ງ; ຂໍ​ໃຫ້​ຂ້າພະເຈົ້າ​ຕາຍ​ຢ່າງ​ສຸກລົ້ນ ເໝືອນ​ດັ່ງ​ຄົນ​ຜູ້ໜຶ່ງ​ທີ່​ຊອບທຳ.”


ບາລາອາມ​ໄດ້​ເວົ້າ​ກັບ​ເຈົ້າ​ບາຫລາກ​ວ່າ, “ບັດນີ້ ຂ້າພະເຈົ້າ​ຈະ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງ​ຂ້າພະເຈົ້າ, ແຕ່​ກ່ອນ​ຂ້າພະເຈົ້າ​ຈາກ​ໄປ ຂ້າພະເຈົ້າ​ຢາກ​ເຕືອນ​ທ່ານ​ກ່ຽວກັບ​ສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ ຈະ​ເຮັດ​ຕໍ່​ປະຊາຊົນ​ຂອງທ່ານ​ໃນ​ອະນາຄົດ.”


ແລ້ວ​ບາລາອາມ​ກໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ ສ່ວນ​ເຈົ້າ​ບາຫລາກ​ກໍ​ໄປ​ຕາມ​ທາງ​ຂອງຕົນ.


ສ່ວນ​ຍິງ​ຊາວ​ມີດີອານ​ນັ້ນ​ຊື່​ວ່າ ໂກຊະບີ ລູກສາວ​ຂອງ​ຊູເຣ ຫົວໜ້າ​ຂອງ​ໝວດ​ໜຶ່ງ​ໃນ​ບັນດາ​ຕະກຸນ​ມີດີອານ.


ເພາະ​ພວກເຂົາ​ໄດ້​ເຮັດ​ຊົ່ວ​ຕໍ່​ເຈົ້າ​ທີ່​ເມືອງ​ເປອໍ ແລະ​ຍ້ອນ​ໂກຊະບີ​ຜູ້​ທີ່​ໄດ້​ຖືກ​ຂ້າ​ໃນ​ເວລາ​ທີ່​ເກີດ​ໂຣກ​ລະບາດ​ນັ້ນ.”


ບໍ່​ຈື່​ບໍ​ວ່າ​ແມ່ນ​ຍິງ​ມີດີອານ​ທີ່​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ບາລາອາມ ແລະ​ທີ່​ເປອໍ ໄດ້​ນຳພາ​ປະຊາຊົນ​ບໍ່​ໃຫ້​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເຫດ​ການ​ນັ້ນ​ເປັນ​ເຫດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຕ້ອງ​ລົ້ມ​ຕາຍ​ດ້ວຍ​ໂຣກ​ລະບາດ.


ປະຊາຊົນ​ອິດສະຣາເອນ​ໄດ້​ຈັບ​ເອົາ​ແມ່ຍິງ ແລະ​ເດັກນ້ອຍ​ມີດີອານ​ມາ​ເປັນ​ຊະເລີຍ ແລະ​ຢຶດເອົາ​ຝູງງົວ​ກັບ​ຝູງແກະ​ຕະຫລອດ​ທັງ​ຊັບສົມບັດ​ຂອງ​ພວກເຂົາ


ພວກເຂົາ​ໄດ້​ປະຖິ້ມ​ທາງ​ຊື່ ຈຶ່ງ​ຫລົງ​ທາງ​ໄປ, ພວກເຂົາ​ຕິດຕາມ​ທາງ​ຂອງ​ບາລາອາມ ລູກ​ເບອໍ ຜູ້​ຊຶ່ງ​ມັກ​ລາງວັນ​ທີ່​ມາ​ຈາກ​ການ​ອະທຳ.


ວິບັດ ຈົ່ງ​ມີ​ແກ່​ພວກເຂົາ ເພາະ​ພວກເຂົາ​ໄດ້​ຕິດຕາມ​ທາງ​ຂອງ​ກາອິນ​ໄປ ແລະ​ເພື່ອ​ເຫັນແກ່​ສິນຈ້າງ​ລາງວັນ ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ຜິດ ເໝືອນ​ດັ່ງ​ທີ່​ບາລາອາມ​ໄດ້​ເຮັດ ແລະ​ພວກເຂົາ​ໄດ້​ຈິບຫາຍ​ໄປ ດ້ວຍ​ການ​ກະບົດ​ຕາມ​ຢ່າງ​ຂອງ​ໂກຣາ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka