Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 31:6 - ພຣະຄຳພີສັກສິ

6 ໂມເຊ​ໄດ້​ສົ່ງ​ທະຫານ​ເຫຼົ່ານີ້​ອອກ​ສູ້ຮົບ​ພາຍໃຕ້​ການ​ບັນຊາ​ຂອງ​ຟີເນຮາ ລູກຊາຍ​ຂອງ​ປະໂຣຫິດ​ເອເລອາຊາ. ຟີເນຮາ​ຮັບຜິດຊອບ​ສິ່ງຂອງ​ໃນ​ຫໍເຕັນ ແລະ​ແກ​ສຳລັບ​ເປົ່າ​ເປັນ​ສັນຍານ​ສູ້ຮົບ.

Uka jalj uñjjattʼäta Copia luraña




ຈົດບັນຊີ 31:6
17 Jak'a apnaqawi uñst'ayäwi  

ອູຣິຢາ​ຕອບ​ວ່າ, “ຫີບ​ພັນທະສັນຍາ, ທະຫານ​ອິດສະຣາເອນ ແລະ​ຊາວ​ຢູດາ​ຢູ່​ຍັງ​ໃນ​ສະໜາມຮົບ; ໂຢອາບ​ຜູ້​ບັນຊາການ​ຂອງ​ຂ້ານ້ອຍ ແລະ​ພວກ​ນາຍ​ທະຫານ​ຍັງ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນອກເມືອງ; ເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ກັບ​ເມືອ​ເຮືອນ, ກິນ​ດື່ມ ແລະ​ນອນ​ນຳ​ເມຍ​ໄດ້? ຕາບໃດ​ທີ່​ກະສັດ​ຍັງ​ມີ​ຊີວິດ​ຢູ່ ແລະ​ຕາບໃດ​ວິນຍານ​ຂອງ​ກະສັດ​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ເລີຍ.”


ບຸກກີ​ເປັນ​ລູກຊາຍ​ຂອງ​ອາບີຊູອາ, ອາບີຊູອາ​ເປັນ​ລູກຊາຍ​ຂອງ​ຟີເນຮາ, ຟີເນຮາ​ເປັນ​ລູກຊາຍ​ຂອງ​ເອເລອາຊາ, ເອເລອາຊາ​ເປັນ​ລູກຊາຍ​ຂອງ​ອາໂຣນ.


ຈົ່ງ​ເຮັດ​ຫໍເຕັນ​ສັກສິດ​ແລະ​ເຄື່ອງ​ປະກອບ​ນັ້ນ ຕາມ​ແບບແຜນ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເບິ່ງ.


ແຕ່​ພວກເຂົາ​ກໍ​ຍັງ​ຕັ້ງໃຈ​ຂຶ້ນ​ໄປ​ເທິງ​ເນີນພູ​ສູງ ໂດຍ​ທີ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ແລະ​ໂມເຊ​ຍັງ​ຢູ່​ໃນ​ຄ້າຍ.


ສະນັ້ນ ແຕ່ລະເຜົ່າ​ຈຶ່ງ​ໄດ້​ເກນ​ເອົາ​ທະຫານ​ໜຶ່ງພັນ​ຄົນ ເມື່ອ​ລວມ​ກັນ​ແລ້ວ​ມີ​ທະຫານ 12.000 ຄົນ ຕຽມ​ອອກ​ສູ້ຮົບ.


ກ່ອນ​ຈະ​ລົງ​ມື​ເຂົ້າ​ສູ້ຮົບ ໃຫ້​ປະໂຣຫິດ​ອອກ​ມາ​ຂ້າງໜ້າ​ກ່າວ​ກັບ​ບັນດາ​ນັກຮົບ​ໃນ​ກອງທັບ​ວ່າ,


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ສົ່ງ​ຟີເນຮາ​ລູກຊາຍ​ຂອງ​ປະໂຣຫິດ​ເອເລອາຊາ ໄປ​ຫາ​ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ຢູ່​ໃນ​ດິນແດນ​ກີເລອາດ.


ເມື່ອ​ເປັນ​ເຊັ່ນນີ້ ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ປະໂຣຫິດ​ອາຮີຢາ​ວ່າ, “ຈົ່ງ​ເອົາ​ເອໂຟດ ມາ​ທີ່​ນີ້.” (ໃນ​ຄາວນັ້ນ​ແມ່ນ​ອາຮີຢາ​ທີ່​ເປັນ​ຜູ້​ຖື​ເອໂຟດ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.)


ເມື່ອ​ດາວິດ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ກຳລັງ​ວາງແຜນ​ໂຈມຕີ​ຕົນ ເພິ່ນ​ກໍ​ສັ່ງ​ປະໂຣຫິດ​ອາບີອາທາ​ວ່າ, “ເອົາ​ເອໂຟດ​ມາ​ພີ້.”


ຄົນນຳຂ່າວ​ໄດ້​ຕອບ​ວ່າ, “ພວກ​ອິດສະຣາເອນ​ຕ່າງ​ກໍ​ແລ່ນ​ປົບໜີ​ຈາກ​ພວກ​ຟີລິດສະຕິນ ມັນ​ເປັນ​ການ​ພ່າຍແພ້​ທີ່​ເຈັບແສບ​ທີ່ສຸດ​ສຳລັບ​ພວກເຮົາ. ນອກຈາກນີ້ ໂຮຟະນີ​ກັບ​ຟີເນຮາ​ລູກຊາຍ​ທັງສອງ​ຂອງທ່ານ​ກໍ​ຖືກ​ຂ້າ ແລະ​ຫີບ​ຂອງ​ພຣະເຈົ້າ​ກໍ​ຖືກ​ຢຶດ​ໄປ​ດ້ວຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka