42-46 ສຳລັບສ່ວນຂອງຊຸມຊົນນັ້ນ ມີເທົ່າກັບສ່ວນຂອງນັກຮົບ ດັ່ງນີ້: ແກະແລະແບ້ 337.500 ໂຕ, ງົວ 36.000 ໂຕ, ລໍ 30.500 ໂຕ ແລະຍິງສາວບໍຣິສຸດ 16.000 ຄົນ.
ສະນັ້ນ ໂມເຊຈຶ່ງໄດ້ມອບເຄື່ອງຖວາຍພິເສດແກ່ພຣະເຈົ້າຢາເວນີ້ ໃຫ້ປະໂຣຫິດເອເລອາຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.