Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 31:4 - ພຣະຄຳພີສັກສິ

4 ແຕ່ລະເຜົ່າ​ຂອງ​ຊາດ​ອິດສະຣາເອນ​ເກນ​ທະຫານ​ໃຫ້​ໄດ້​ໜຶ່ງພັນ​ຄົນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 31:4
5 Jak'a apnaqawi uñst'ayäwi  

ພວກເຈົ້າ​ຫ້າ​ຄົນ​ຈະ​ຂັບໄລ່​ສັດຕູ​ຮ້ອຍ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ພວກເຈົ້າ​ຮ້ອຍ​ຄົນ​ຈະ​ຂັບໄລ່​ສັດຕູ​ສິບພັນ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ​ຕໍ່ໜ້າ​ພວກເຈົ້າ.


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຕຽມຕົວ​ເຮັດ​ເສິກ ເພື່ອ​ວ່າ​ພວກເຈົ້າ​ຈະ​ໂຈມຕີ​ຊາວ​ມີດີອານ​ໄດ້ ແລະ​ລົງໂທດ​ພວກເຂົາ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ພຣະເຈົ້າຢາເວ.


ສະນັ້ນ ແຕ່ລະເຜົ່າ​ຈຶ່ງ​ໄດ້​ເກນ​ເອົາ​ທະຫານ​ໜຶ່ງພັນ​ຄົນ ເມື່ອ​ລວມ​ກັນ​ແລ້ວ​ມີ​ທະຫານ 12.000 ຄົນ ຕຽມ​ອອກ​ສູ້ຮົບ.


ພຣະເຈົ້າຢາເວ​ບອກ​ກີເດໂອນ​ວ່າ, “ຄົນ​ທີ່​ມາ​ນຳ​ເຈົ້າ​ນັ້ນ​ມີ​ຫລາຍໂພດ ເຮົາ​ບໍ່​ຢາກ​ໃຫ້​ມີ​ຫລາຍ​ຄົນ​ປານນັ້ນ​ເພື່ອ​ຊະນະ​ພວກ​ມີດີອານ. ເມື່ອ​ຮົບ​ຊະນະ​ພວກ​ມີດີອານ​ແລ້ວ ພວກເຂົາ​ອາດ​ຄິດ​ວ່າ​ໄຊຊະນະ​ທີ່​ໄດ້​ມາ​ນັ້ນ ແມ່ນ​ດ້ວຍ​ກຳລັງ​ຂອງ​ຕົນເອງ ໂດຍ​ຈະ​ບໍ່​ຄິດ​ວ່າ​ເຮົາ​ເປັນ​ຜູ້​ຊ່ວຍເຫລືອ.


ໂຢນາທານ​ເວົ້າ​ກັບ​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ. ບາງທີ​ພຣະເຈົ້າຢາເວ​ຈະ​ຊ່ວຍເຫລືອ​ພວກເຮົາ​ກໍໄດ້. ຖ້າ​ພຣະອົງ​ຊ່ວຍເຫລືອ​ພວກເຮົາ ຈະ​ບໍ່ມີ​ສິ່ງໃດ​ກີດກັ້ນ​ບໍ່​ໃຫ້​ພຣະເຈົ້າຢາເວ​ມອບ​ໄຊຊະນະ​ແກ່​ພວກເຮົາ​ໄດ້​ດອກ ເຖິງ​ແມ່ນ​ວ່າ​ພວກເຮົາ​ມີ​ໜ້ອຍຄົນ​ກໍຕາມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka