ຈົດບັນຊີ 31:3 - ພຣະຄຳພີສັກສິ3 ດັ່ງນັ້ນ ໂມເຊຈຶ່ງໄດ້ກ່າວແກ່ປະຊາຊົນວ່າ, “ຈົ່ງຕຽມຕົວເຮັດເສິກ ເພື່ອວ່າພວກເຈົ້າຈະໂຈມຕີຊາວມີດີອານໄດ້ ແລະລົງໂທດພວກເຂົາສຳລັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ພຣະເຈົ້າຢາເວ. Uka jalj uñjjattʼäta |
ນີ້ຄືວັນຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ວັນນີ້ຄືວັນທີ່ພຣະອົງຈະແກ້ແຄ້ນຄືນສາແລ້ວ ວັນນີ້ພຣະອົງຈະລົງໂທດເຫຼົ່າສັດຕູຂອງພຣະອົງ ດາບຂອງພຣະອົງຈະກິນພວກເຂົາໃຫ້ຈົນອີ່ມ ແລະດື່ມເລືອດພວກເຂົາໃຫ້ອີ່ມໜຳສຳລານ ວັນນີ້ຄືການຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຄືຖວາຍເຫຍື່ອໃຫ້ເປັນເຄື່ອງບູຊາແກ່ພຣະອົງ ຖວາຍຢູ່ທິດເໜືອຕາມຝັ່ງແມ່ນໍ້າເອີຟຣັດ.