Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 31:2 - ພຣະຄຳພີສັກສິ

2 “ໃຫ້​ລົງໂທດ​ຊາວ​ມີດີອານ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ປະຊາຊົນ​ອິດສະຣາເອນ. ຫລັງຈາກ​ນັ້ນ​ແລ້ວ ເຈົ້າ​ຈະ​ຕາຍ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 31:2
30 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ຍືນຍາວ ແລະ​ຕາຍ​ຢ່າງ​ສະຫງົບສຸກ ແລະ​ຊາກສົບ​ຂອງ​ເຈົ້າ​ຈະ​ຖືກ​ຝັງ​ໄວ້.


ອິດຊະມາເອນ​ໄດ້​ຕາຍໄປ​ເມື່ອ​ອາຍຸ​ໄດ້ 137 ປີ.


ຈາກ​ນັ້ນ ອັບຣາຮາມ​ກໍ​ໄດ້​ສິ້ນ​ລົມ​ຫາຍໃຈ ແລະ​ໄດ້​ຕາຍ​ໄປ​ໃນ​ຂະນະ​ທີ່​ມີ​ອາຍຸ​ສູງ ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ໝັ້ນຍືນ ແລະ​ໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ທັງຫລາຍ​ຂອງ​ຕົນ.


ປະໂຣຫິດ​ແຫ່ງ​ມີດີອານ​ຜູ້​ທີ່​ຊື່​ວ່າ ເຢທະໂຣ, ເພິ່ນ​ມີ​ລູກສາວ​ເຈັດ​ຄົນ. ພວກ​ນາງ​ໄດ້​ພາກັນ​ມາ​ຕັກ​ນໍ້າ​ໃຫ້​ຝູງແບ້​ແລະ​ຝູງແກະ​ກິນ.


ສະນັ້ນ ບັດນີ້​ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ຊົງ​ຣິດອຳນາດ​ຂອງ​ຊາດ​ອິດສະຣາເອນ​ກຳລັງ​ກ່າວ​ວ່າ, “ເຮົາ​ຈະ​ແກ້ແຄ້ນ​ພວກເຈົ້າ​ຜູ້​ທີ່​ເປັນ​ສັດຕູ​ຂອງເຮົາ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ເຮົາ​ອີກ​ຕໍ່ໄປ.


ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ ອົງ​ຫວງແຫນ ແລະ​ຕອບແທນ; ພຣະເຈົ້າຢາເວ​ຕອບແທນ ແລະ​ເຕັມດ້ວຍ​ຄວາມ​ໂກດຮ້າຍ ພຣະເຈົ້າຢາເວ​ລົງໂທດ​ພວກ​ທີ່​ຕໍ່ຕ້ານ​ພຣະອົງ; ແລະ​ແກ້ແຄ້ນ​ພວກເຂົາ​ເພາະ​ພຣະອົງ​ໂກດຮ້າຍ.


“ອາໂຣນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ; ລາວ​ຈະ​ຕາຍ ເພາະ​ພວກເຈົ້າ​ທັງສອງ​ໄດ້​ກະບົດ​ຕໍ່​ຄຳສັ່ງ​ຂອງເຮົາ​ທີ່​ເມຣີບາ.


ແລະ​ຢູ່​ທີ່​ນັ້ນ​ໃຫ້​ເຈົ້າ​ຖອດ​ເຄື່ອງ​ປະໂຣຫິດ​ຂອງ​ອາໂຣນ​ອອກ ແລະ​ສວມ​ໃສ່​ໃຫ້​ເອເລອາຊາ. ອາໂຣນ​ຈະ​ໄປ​ຕາຍ​ຢູ່​ທີ່​ນັ້ນ.”


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ມາ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຊິດຕິມ​ນັ້ນ ພວກ​ຜູ້ຊາຍ​ຊາວ​ອິດສະຣາເອນ​ໄດ້​ສົມສູ່​ຢູ່​ກິນ​ກັບ​ຍິງ​ຊາວ​ໂມອາບ.


ມີ​ຊາວ​ອິດສະຣາເອນ​ຜູ້ໜຶ່ງ​ໄດ້​ນຳ​ຍິງ​ຊາວ​ມີດີອານ​ຜູ້ໜຶ່ງ ເຂົ້າ​ໄປ​ໃນ​ເຕັນ​ຂອງຕົນ​ຕໍ່ໜ້າ​ໂມເຊ ແລະ​ຊຸມຊົນ​ທັງໝົດ ໃນ​ຂະນະທີ່​ກຳລັງ​ໄວ້ທຸກ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ຫລັງຈາກ​ທີ່​ເຈົ້າ​ໄດ້​ເຫັນ​ແລ້ວ ເຈົ້າ​ຈະ​ຕາຍ​ຄື​ກັນ​ກັບ​ອາໂຣນ​ອ້າຍ​ຂອງ​ເຈົ້າ


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ,


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຕຽມຕົວ​ເຮັດ​ເສິກ ເພື່ອ​ວ່າ​ພວກເຈົ້າ​ຈະ​ໂຈມຕີ​ຊາວ​ມີດີອານ​ໄດ້ ແລະ​ລົງໂທດ​ພວກເຂົາ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ພຣະເຈົ້າຢາເວ.


ເພາະວ່າ ວັນ​ເຫຼົ່ານັ້ນ​ຈະ​ເປັນ ‘ວັນ​ແຫ່ງ​ການ​ລົງໂທດ,’ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ທຸກປະການ.


ຝ່າຍ​ດາວິດ, ເມື່ອ​ໄດ້​ປະຕິບັດ​ໃນ​ຄາວ​ອາຍຸ​ຂອງທ່ານ ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ແລ້ວ​ເພິ່ນ​ໄດ້​ຕາຍໄປ, ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ປະສົບ​ຄວາມ​ເປື່ອຍເນົ່າ.


ພວກ​ທີ່ຮັກ​ຂອງເຮົາ​ເອີຍ ຢ່າ​ແກ້ແຄ້ນ​ເລີຍ, ແຕ່​ຈົ່ງ​ມອບ​ການ​ນັ້ນ​ໃຫ້​ພຣະເຈົ້າ ເປັນ​ຜູ້​ພິພາກສາ​ລົງໂທດ​ແທນ, ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ”


ເພາະ​ຜູ້ປົກຄອງ​ນັ້ນ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ເກີດຜົນ​ປະໂຫຍດ​ສຳລັບ​ເຈົ້າ, ແຕ່​ຖ້າ​ເຈົ້າ​ເຮັດ​ການ​ຊົ່ວ ເຈົ້າ​ຈົ່ງ​ຢ້ານ​ເພິ່ນ ເພາະ​ຜູ້ປົກຄອງ​ນັ້ນ ບໍ່ໄດ້​ຖື​ດາບ​ໄວ້​ລ້າໆ, ແຕ່​ເພິ່ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ດຳເນີນ​ການ​ຕັດສິນ​ລົງໂທດ​ແກ່​ທຸກຄົນ​ທີ່​ເຮັດ​ການ​ຊົ່ວ.


ພຮະອົງ​ຈະ​ແກ້ແຄ້ນ ແລະ​ລົງໂທດ​ພວກເຂົາ; ມື້​ເຄາະກຳ​ໃກ້​ເຂົ້າ​ມາ ມື້​ທີ່​ພວກເຂົາ​ຫຼົ້ມຈົມ​ຈະ​ມາ​ຮອດ.


ຂ້າພະເຈົ້າ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແລະ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ໄປ; ແຕ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ອັນ​ອູດົມ​ສົມບູນ​ແລະ​ຮັ່ງມີ.


ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.


ເພາະ​ພວກເຮົາ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ຊົງ​ກ່າວ​ວ່າ, “ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງເຮົາ ຝ່າຍ​ເຮົາ​ຈະ​ຕອບ​ແທນ.” ແລະ​ໄດ້​ຊົງ​ກ່າວ​ອີກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ພິພາກສາ​ພົນລະເມືອງ​ຂອງ​ພຣະອົງ.”


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


ພວກເຂົາ​ກຳລັງ​ມ່ວນຊື່ນ ແລະ​ເວົ້າ​ວ່າ, “ຈົ່ງ​ນຳ​ແຊມຊັນ​ອອກ​ມາ ແລະ​ບັງຄັບ​ມັນ​ເຮັດ​ຕະຫລົກ​ໃຫ້​ພວກເຮົາ​ເບິ່ງ.” ເມື່ອ​ພວກເຂົາ​ໄດ້​ນຳ​ແຊມຊັນ​ອອກ​ມາ​ຈາກ​ຄຸກ​ແລ້ວ ພວກເຂົາ​ກໍ​ໃຫ້​ລາວ​ຢືນ​ຢູ່​ລະຫວ່າງ​ເສົາ​ຂອງ​ຕຶກ ແລະ​ບັງຄັບ​ລາວ​ເຮັດ​ຕະຫລົກ​ໃຫ້​ພວກເຂົາ​ເບິ່ງ. ເມື່ອ​ປະຊາຊົນ​ເຫັນ​ແຊມຊັນ ຈຶ່ງ​ພາກັນ​ສັນລະເສີນ​ພະ​ຂອງ​ພວກ​ຕົນ​ວ່າ, “ພະ​ຂອງ​ພວກເຮົາ​ໃຫ້​ພວກເຮົາ​ມີ​ໄຊຊະນະ​ເໜືອ​ເຫຼົ່າ​ສັດຕູ ຜູ້​ທີ່​ທຳລາຍ​ດິນແດນ​ແລະ​ຂ້າ​ຄົນ​ຂອງ​ພວກເຮົາ​ຫລາຍ​ຄົນ.”


ຕໍ່ມາ ຄົນ​ທັງໝົດ​ໃນ​ເຊັ່ນ​ນັ້ນ​ກໍໄດ້​ຕາຍໄປ ແລະ​ຄົນ​ໃນ​ເຊັ່ນ​ຕໍ່ມາ​ກໍໄດ້​ລືມໄລ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka