Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 31:16 - ພຣະຄຳພີສັກສິ

16 ບໍ່​ຈື່​ບໍ​ວ່າ​ແມ່ນ​ຍິງ​ມີດີອານ​ທີ່​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ບາລາອາມ ແລະ​ທີ່​ເປອໍ ໄດ້​ນຳພາ​ປະຊາຊົນ​ບໍ່​ໃຫ້​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເຫດ​ການ​ນັ້ນ​ເປັນ​ເຫດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຕ້ອງ​ລົ້ມ​ຕາຍ​ດ້ວຍ​ໂຣກ​ລະບາດ.

Uka jalj uñjjattʼäta Copia luraña




ຈົດບັນຊີ 31:16
11 Jak'a apnaqawi uñst'ayäwi  

ຍິງ​ໂສເພນີ​ແລະ​ຍິງ​ຜິດ​ສິນທຳ​ນັ້ນ ເປັນ​ບ້ວງແຮ້ວ​ເຖິງ​ແກ່​ຄວາມຕາຍ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ສິ່ງໜຶ່ງ​ທີ່​ຂົມຂື່ນ​ຫລາຍກວ່າ​ຄວາມຕາຍ​ຄື: ແມ່ຍິງ​ທີ່​ມີ​ຈິດໃຈ​ເປັນ​ບ້ວງແຮ້ວ​ແລະ​ຕະຂ່າຍ ແຂນ​ຂອງ​ນາງ​ເປັນ​ເໝືອນ​ສາຍໂສ້. ຜູ້ຊາຍ​ທີ່​ພຣະເຈົ້າ​ພໍໃຈ​ນຳ​ຈະ​ໜີ​ພົ້ນ​ໄປ​ໄດ້, ແຕ່​ນາງ​ຈະ​ດັກຈັບ​ຄົນບາບ​ໄວ້.


ບາລາອາມ​ໄດ້​ເວົ້າ​ກັບ​ເຈົ້າ​ບາຫລາກ​ວ່າ, “ບັດນີ້ ຂ້າພະເຈົ້າ​ຈະ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງ​ຂ້າພະເຈົ້າ, ແຕ່​ກ່ອນ​ຂ້າພະເຈົ້າ​ຈາກ​ໄປ ຂ້າພະເຈົ້າ​ຢາກ​ເຕືອນ​ທ່ານ​ກ່ຽວກັບ​ສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ ຈະ​ເຮັດ​ຕໍ່​ປະຊາຊົນ​ຂອງທ່ານ​ໃນ​ອະນາຄົດ.”


ເພາະ​ພວກເຂົາ​ໄດ້​ເຮັດ​ຊົ່ວ​ຕໍ່​ເຈົ້າ​ທີ່​ເມືອງ​ເປອໍ ແລະ​ຍ້ອນ​ໂກຊະບີ​ຜູ້​ທີ່​ໄດ້​ຖືກ​ຂ້າ​ໃນ​ເວລາ​ທີ່​ເກີດ​ໂຣກ​ລະບາດ​ນັ້ນ.”


ຕະຫລອດ​ທັງ​ກະສັດ​ມີດີອານ​ຫ້າ​ຄົນ ດັ່ງນີ້: ເອວີ, ເຣເກມ, ຊູຣະ, ຮູເຣ ແລະ​ເຣບາ. ພວກເຂົາ​ໄດ້​ຂ້າ​ບາລາອາມ​ລູກຊາຍ​ຂອງ​ເບອໍ​ດ້ວຍ.


ພວກເຈົ້າ​ໄດ້​ເຫັນ​ດ້ວຍ​ຕົນເອງ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ທີ່​ພູ​ເປອໍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ທຳລາຍ​ທຸກຄົນ​ທີ່​ຂາບໄຫວ້​ພະບາອານ​ໃນ​ທີ່ນັ້ນ


ພວກເຈົ້າ​ຈົດຈຳ​ບາບ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ເມືອງ​ເປອໍ​ນັ້ນ​ບໍ? ເມື່ອ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ເກີດ​ໂຣກລະບາດ​ນັ້ນ? ພວກເຮົາ​ຍັງ​ໄດ້​ຮັບ​ຄວາມ​ທຸກ​ທໍລະມານ​ຍ້ອນ​ເລື່ອງ​ນີ້​ຢູ່ ບາບ​ທີ່​ມີ​ຢູ່​ນີ້​ຍັງ​ບໍ່​ພຽງພໍ​ເທື່ອ​ບໍ?


ພວກເຂົາ​ໄດ້​ປະຖິ້ມ​ທາງ​ຊື່ ຈຶ່ງ​ຫລົງ​ທາງ​ໄປ, ພວກເຂົາ​ຕິດຕາມ​ທາງ​ຂອງ​ບາລາອາມ ລູກ​ເບອໍ ຜູ້​ຊຶ່ງ​ມັກ​ລາງວັນ​ທີ່​ມາ​ຈາກ​ການ​ອະທຳ.


ວິບັດ ຈົ່ງ​ມີ​ແກ່​ພວກເຂົາ ເພາະ​ພວກເຂົາ​ໄດ້​ຕິດຕາມ​ທາງ​ຂອງ​ກາອິນ​ໄປ ແລະ​ເພື່ອ​ເຫັນແກ່​ສິນຈ້າງ​ລາງວັນ ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ຜິດ ເໝືອນ​ດັ່ງ​ທີ່​ບາລາອາມ​ໄດ້​ເຮັດ ແລະ​ພວກເຂົາ​ໄດ້​ຈິບຫາຍ​ໄປ ດ້ວຍ​ການ​ກະບົດ​ຕາມ​ຢ່າງ​ຂອງ​ໂກຣາ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka