11 ພວກເຂົາໄດ້ຢຶດເອົາສິ່ງຂອງ ພ້ອມກັບຊະເລີຍເສິກ ແລະສັດທັງໝົດ
ພວກເຂົາຍັງຢຶດເອົາຂອງມີຄ່າທັງຈັບເອົາຜູ້ຍິງແລະເດັກນ້ອຍ ແລ້ວຂົນເອົາທຸກສິ່ງໃນເຮືອນໄປຈົນກ້ຽງ.
ແລະຈູດເມືອງ ພ້ອມຄ້າຍພັກຂອງພວກເຂົາຖິ້ມໝົດ.
ມາມອບໃຫ້ໂມເຊແລະເອເລອາຊາ ຜູ້ເປັນປະໂຣຫິດ ແລະຊຸມຊົນອິດສະຣາເອນທີ່ຄ້າຍພັກທົ່ງພຽງໂມອາບ ຢູ່ຟາກໜຶ່ງຂອງແມ່ນໍ້າຈໍແດນ ຊຶ່ງກົງກັນຂ້າມກັບເມືອງເຢຣິໂກ.
ແຕ່ສ່ວນຜູ້ຍິງ, ເດັກນ້ອຍ, ຝູງສັດ ແລະສິ່ງຂອງທັງໝົດໃນເມືອງນັ້ນ ພວກເຈົ້າຢຶດເອົາເປັນຂອງຕົນເອງໄດ້. ພວກເຈົ້າອາດຈະໃຊ້ທຸກໆສິ່ງທີ່ເປັນຂອງຂ້າເສິກໄດ້; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າແລ້ວ.
ປະຊາຊົນອິດສະຣາເອນໄດ້ຢຶດເອົາສິ່ງຂອງຕ່າງໆອັນມີຄ່າ ຕະຫລອດທັງຝູງສັດໃນເມືອງເຫຼົ່ານີ້ມາເປັນຂອງຕົນເອງ ແລະພວກເຂົາໄດ້ຂ້າທຸກໆຄົນໂດຍບໍ່ໄວ້ຊີວິດໃຜເລີຍ.
ສ່ວນເຄື່ອງທຸກຢ່າງທີ່ເຮັດດ້ວຍເງິນ, ຄຳ, ທອງສຳຣິດ ຫລືເຫຼັກ ໃຫ້ເປັນບໍຣິສຸດສຳລັບພຣະເຈົ້າຢາເວ. ໃຫ້ເກັບສິ່ງເຫຼົ່ານັ້ນໄວ້ໃນຄັງຂອງພຣະເຈົ້າຢາເວ.”
ເຈົ້າຈົ່ງເຮັດຕໍ່ເມືອງອາອີແລະກະສັດຂອງເມືອງນີ້ ເໝືອນດັ່ງທີ່ເຈົ້າໄດ້ເຮັດຕໍ່ເມືອງເຢຣິໂກແລະກະສັດຂອງເມືອງນັ້ນ. ແຕ່ໃນຄັ້ງນີ້ ໃຫ້ພວກເຈົ້າເອົາສິ່ງຂອງ ແລະຝູງສັດມາເປັນຂອງພວກເຈົ້າໄດ້. ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ ໂດຍບໍ່ໃຫ້ພວກເຂົາຮູ້ຕົວ.”