Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 31:10 - ພຣະຄຳພີສັກສິ

10 ແລະ​ຈູດ​ເມືອງ ພ້ອມ​ຄ້າຍພັກ​ຂອງ​ພວກເຂົາ​ຖິ້ມ​ໝົດ.

Uka jalj uñjjattʼäta Copia luraña




ຈົດບັນຊີ 31:10
8 Jak'a apnaqawi uñst'ayäwi  

ພວກເຂົາ​ເປັນ​ບັນພະບຸລຸດ​ຂອງ​ສິບສອງ​ເຜົ່າ ແລະ​ຊື່​ຂອງ​ພວກເຂົາ​ກາຍເປັນ​ຊື່​ຂອງ​ບ້ານ​ກັບ​ທີ່ພັກ​ອາໄສ​ຕ່າງໆ.


ກະສັດ​ແຫ່ງ​ເອຢິບ​ໄດ້​ມາ​ບຸກໂຈມຕີ​ແລະ​ຢຶດເອົາ​ເມືອງ​ເກເຊ​ນີ້​ໄດ້ ເພິ່ນ​ໄດ້​ຂ້າ​ຊາວ​ເມືອງ ແລະ​ເຜົາ​ເມືອງ​ຖິ້ມ. ແລ້ວ​ເພິ່ນ​ກໍ​ມອບ​ເມືອງ​ນີ້ ໃຫ້​ເປັນ​ຂອງຂວັນ​ແກ່​ລູກສາວ​ໃນ​ເວລາ​ນາງ​ແຕ່ງງານ​ກັບ​ກະສັດ​ໂຊໂລໂມນ


ດິນແດນ​ຂອງ​ພວກເຈົ້າ​ໄດ້​ຖືກ​ທຳລາຍ ແລະ​ບ້ານເມືອງ​ຂອງ​ພວກເຈົ້າ​ກໍໄດ້​ຖືກ​ເຜົາຜານ​ຈົນ​ໝົດກ້ຽງ. ຊາວ​ຕ່າງດ້າວ​ໄດ້​ເຂົ້າ​ຢຶດຄອງ​ດິນແດນ ແລະ​ທຳລາຍ​ທຸກສິ່ງ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ.


ພວກເຂົາ​ໄດ້​ຢຶດເອົາ​ສິ່ງຂອງ ພ້ອມ​ກັບ​ຊະເລີຍເສິກ ແລະ​ສັດ​ທັງໝົດ


ປະຊາຊົນ​ອິດສະຣາເອນ​ໄດ້​ຈັບ​ເອົາ​ແມ່ຍິງ ແລະ​ເດັກນ້ອຍ​ມີດີອານ​ມາ​ເປັນ​ຊະເລີຍ ແລະ​ຢຶດເອົາ​ຝູງງົວ​ກັບ​ຝູງແກະ​ຕະຫລອດ​ທັງ​ຊັບສົມບັດ​ຂອງ​ພວກເຂົາ


ແລ້ວ​ພວກ​ອິດສະຣາເອນ​ກໍ​ຈູດ​ເຜົາ​ເມືອງ​ຖິ້ມ​ຈົນກ້ຽງ ຕະຫລອດ​ທຸກສິ່ງ​ໃນ​ເມືອງ​ນັ້ນ ເວັ້ນໄວ້ແຕ່​ເຄື່ອງໃຊ້​ທີ່​ເປັນ​ເງິນ, ຄຳ, ທອງສຳຣິດ ແລະ​ເຫຼັກ ທີ່​ພວກເຂົາ​ໄດ້​ຢຶດເອົາ ແລະ​ນຳ​ໄປ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ຍ້ອນ​ການ​ນີ້ ໄພພິບັດ​ຕ່າງໆ ຂອງ​ນະຄອນ​ນັ້ນ ຈະ​ຕົກ​ຖືກ​ນາງ​ໃນ​ວັນ​ດຽວ ຄື​ຄວາມ​ຕາຍ, ຄວາມ​ໂສກເສົ້າ ແລະ​ຄວາມ​ອຶດຢາກ. ແລະ​ໄຟ​ເຜົາຜານ​ນາງ​ໃຫ້​ຈິບຫາຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຕັດສິນ​ລົງໂທດ​ນະຄອນ​ນັ້ນ ຊົງ​ປະກອບ​ດ້ວຍ​ພຣະ​ກຳລັງ.”


ສອງ​ມື້​ຕໍ່ມາ ດາວິດ​ພ້ອມ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ກໍໄດ້​ກັບຄືນ​ມາ​ຮອດ​ເມືອງ​ຊິກລັກ. ພວກ​ອາມາເຫຼັກ​ໄດ້​ມາ​ຫລອນ​ປຸ້ນ​ທາງ​ພາກໃຕ້​ຂອງ​ຢູດາຍ ແລະ​ໂຈມຕີ​ເມືອງ​ຊິກລັກ. ພວກເຂົາ​ໄດ້​ຈູດ​ເມືອງ​ຖິ້ມ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka