Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 30:8 - ພຣະຄຳພີສັກສິ

8 ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ຮູ້​ເລື່ອງ ແລະ​ໄດ້​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ກະທຳ​ຕາມ​ສັນຍາ​ນັ້ນ. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້​ນາງ​ເອງ.

Uka jalj uñjjattʼäta Copia luraña




ຈົດບັນຊີ 30:8
10 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ເຮົາ​ຈະ​ເພີ່ມ​ຄວາມ​ລຳບາກ​ເມື່ອ​ເຈົ້າ​ຖືພາ, ເຈົ້າ​ຈະ​ຕ້ອງ​ເບັ່ງ​ລູກ​ອອກ​ມາ​ຢ່າງ​ເຈັບປວດ​ເຫລືອລົ້ນ. ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ບໍ່​ພົ້ນ​ທີ່​ຢາກ​ໄດ້​ຜົວ, ແລ້ວ​ຜົວ​ຂອງ​ເຈົ້າ​ນັ້ນ​ຈະ​ເປັນ​ນາຍ​ເໜືອ​ເຈົ້າ.”


ຝ່າຍ​ພວກຜູ້ຍິງ​ກໍ​ເວົ້າ​ສອຍ​ຂຶ້ນ​ວ່າ, “ເວລາ​ພວກເຮົາ​ໄດ້​ເຮັດ​ເຂົ້າໜົມ​ຫວານ​ເປັນ​ຮູບ​ເຈົ້າແມ່​ແຫ່ງ​ສະຫວັນ ຖວາຍບູຊາ​ແກ່​ນາງ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ​ນັ້ນ ຜົວ​ຂອງ​ພວກເຮົາ​ກໍ​ເຫັນດີ​ເຫັນພ້ອມ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ດ້ວຍ.”


ຖ້າ​ຜູ້ໜຶ່ງ​ເຜີ​ຕົວ​ກ່າວ​ສາບານ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ຫຍັງ​ກໍຕາມ; ລາວ​ກໍ​ມີ​ຄວາມຜິດ ເມື່ອ​ສຳນຶກ​ໄດ້​ໃນ​ສິ່ງ​ທີ່​ຕົນ​ໄດ້​ກະທຳ​ໄປ​ນັ້ນ.


ແຕ່​ຖ້າ​ພໍ່​ຂອງ​ນາງ​ຫາກ​ໄດ້​ຮູ້​ເລື່ອງ ແລະ​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ເຮັດ​ຕາມ​ນັ້ນ. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້​ນາງ ເພາະວ່າ​ພໍ່​ຂອງ​ນາງ​ບໍ່​ຍອມ​ໃຫ້​ນາງ​ຮັກສາ​ຄຳສັນຍາ​ນັ້ນ.


ນາງ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ທຸກປະການ ເວັ້ນເສຍ​ແຕ່​ເມື່ອ​ຜົວ​ຂອງ​ນາງ​ຮູ້​ເລື່ອງ ແລະ​ຂັດຂວາງ​ໄວ້.


ແມ່ໝ້າຍ​ຫລື​ແມ່ຮ້າງ​ຕ້ອງ​ເຮັດ​ຕາມ​ຄຳ​ບະບົນ​ທີ່​ຕົນ​ໄດ້​ບະບົນ​ໄວ້ ແລະ​ຮັກສາ​ຄຳສັນຍາ​ທີ່​ຕົນ​ໄດ້​ກ່າວ​ໄວ້​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ.


ຕາມ​ລະບຽບ​ທີ່​ໄດ້​ປະຕິບັດ​ກັນ ໃນ​ບັນດາ​ຄຣິສຕະຈັກ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ​ນັ້ນ, ຈົ່ງ​ໃຫ້​ພວກ​ແມ່ຍິງ​ມິດງຽບ​ຢູ່​ໃນ​ທີ່​ປະຊຸມ​ຄຣິສຕະຈັກ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ, ແຕ່​ພວກເຂົາ​ຕ້ອງ​ຍອມ​ຢູ່​ໃຕ້​ບັງຄັບ​ບັນຊາ ດັ່ງ​ກົດບັນຍັດ​ໄດ້​ສັ່ງ​ໄວ້​ນັ້ນ,


ເມຍ​ບໍ່ມີ​ອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ອຳນາດ​ນັ້ນ​ຢູ່​ນຳ​ຜົວ ໃນທຳນອງ​ດຽວກັນ ຜົວ​ບໍ່ມີ​ອຳນາດ​ເໜືອ​ຮ່າງກາຍ​ຂອງຕົນ ແຕ່​ອຳນາດ​ນັ້ນ​ຢູ່​ນຳ​ເມຍ.


ເອນການາ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ເຈົ້າ​ຄິດ​ວ່າ​ດີ​ແລະ​ຢູ່​ເຮືອນ​ຈົນກວ່າ​ລູກ​ເຊົາ​ນົມ ຂໍ​ພຣະເຈົ້າຢາເວ​ເຮັດ​ໃຫ້​ຄຳສັນຍາ​ຂອງ​ເຈົ້າ ເປັນ​ຄວາມຈິງ​ເທີ້ນ.” ດັ່ງນັ້ນ ນາງ​ຮັນນາ​ຈຶ່ງ​ຢູ່​ເຮືອນ​ລ້ຽງ​ລູກ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka