Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 30:3 - ພຣະຄຳພີສັກສິ

3 ເມື່ອ​ຍິງ​ສາວ​ຜູ້ໜຶ່ງ​ຍັງ​ຢູ່​ໃນ​ເຮືອນ​ພໍ່​ຂອງ​ຕົນ​ແລະ​ບະບົນ​ໄວ້​ວ່າ ຈະ​ຖວາຍ​ສິ່ງໃດ​ສິ່ງໜຶ່ງ​ແກ່​ພຣະເຈົ້າຢາເວ ຫລື​ສັນຍາ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໜຶ່ງ​ສິ່ງໃດ;

Uka jalj uñjjattʼäta Copia luraña




ຈົດບັນຊີ 30:3
10 Jak'a apnaqawi uñst'ayäwi  

ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູກາເນັດຊາ ຜູ້​ທີ່​ໄດ້​ບັງຄັບ​ເພິ່ນ​ໃຫ້​ສາບານ​ໂດຍ​ພຣະເຈົ້າ​ວ່າ​ຈະ​ຍອມ​ສັດຊື່. ເພິ່ນ​ດື້ດຶງ​ບໍ່ຍອມ​ກັບໃຈ​ໃໝ່ ແລະ​ຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ຈົ່ງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ ຖວາຍ​ແກ່​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕາມ​ທີ່​ເຈົ້າ​ສາບານ​ໄວ້.


“ລະບຽບການ​ຕ່າງໆ​ດັ່ງ​ຕໍ່ໄປນີ້​ສຳລັບ​ປະຊາຊົນ​ອິດສະຣາເອນ: ຖ້າ​ຄົນໃດ​ຄົນໜຶ່ງ​ໄດ້​ສາບານ​ໄວ້​ຢ່າງ​ພິເສດ​ວ່າ​ຕົນ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ ອັນ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້; ລາວ​ຈະ​ເປັນ​ອິດສະຫລະ​ໄດ້​ກໍ​ຕໍ່​ເມື່ອ​ໄດ້​ຈ່າຍ​ເງິນ​ຈຳນວນ


ເມື່ອ​ຊາຍ​ຄົນ​ໜຶ່ງ​ບະບົນ​ໄວ້​ວ່າ​ຈະ​ຖວາຍ​ສິ່ງໃດ​ສິ່ງໜຶ່ງ​ໃຫ້​ແກ່​ພຣະເຈົ້າຢາເວ ຫລື​ສາບານ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ; ລາວ​ຕ້ອງ​ບໍ່​ເຮັດ​ຜິດ​ຄຳສັນຍາ, ແຕ່​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ໄວ້​ທຸກປະການ.


ນາງ​ຈະ​ຕ້ອງ​ກະທຳ​ຕາມ​ທີ່​ຕົນ​ໄດ້​ບະບົນ ຫລື​ໄດ້​ສັນຍາ​ໄວ້​ນັ້ນ​ທຸກປະການ ເວັ້ນ​ເສຍ​ແຕ່​ພໍ່​ຂອງ​ນາງ​ຮູ້​ເລື່ອງ​ແລະ​ຂັດຂວາງ​ໄວ້.


“ຈົ່ງ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ບະບົນ​ຕົນເອງ​ເປັນ​ພິເສດ​ວ່າ ຈະ​ເປັນ​ຄົນ​ນາຊີຣີ​ແລະ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ


ຕາມ​ລະບຽບ​ທີ່​ໄດ້​ປະຕິບັດ​ກັນ ໃນ​ບັນດາ​ຄຣິສຕະຈັກ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ​ນັ້ນ, ຈົ່ງ​ໃຫ້​ພວກ​ແມ່ຍິງ​ມິດງຽບ​ຢູ່​ໃນ​ທີ່​ປະຊຸມ​ຄຣິສຕະຈັກ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ, ແຕ່​ພວກເຂົາ​ຕ້ອງ​ຍອມ​ຢູ່​ໃຕ້​ບັງຄັບ​ບັນຊາ ດັ່ງ​ກົດບັນຍັດ​ໄດ້​ສັ່ງ​ໄວ້​ນັ້ນ,


ແຕ່​ຊາວ​ອິດສະຣາເອນ​ຂ້າ​ພວກເຂົາ​ບໍ່ໄດ້ ຍ້ອນ​ພວກ​ຜູ້ນຳ​ຂອງຕົນ​ໄດ້​ເຮັດ​ສາບານ​ຢ່າງ​ໜັກແໜ້ນ​ກັບ​ພວກເຂົາ​ແລ້ວ ໂດຍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ຈົ່ມ​ໃຫ້​ບັນດາ​ຜູ້ນຳ​ກ່ຽວກັບ​ເລື່ອງ​ນີ້.


ພໍ​ເຢັບທາ​ຫລຽວເຫັນ​ນາງ ລາວ​ຈຶ່ງ​ຈີກ​ເສື້ອຜ້າ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ເວົ້າ​ວ່າ, “ລູກເອີຍ! ຫົວໃຈ​ພໍ່​ແທບ​ຈະ​ແຕກ​ຕາຍ​ສາ​ແລ້ວ ເປັນຫຍັງ​ຈຶ່ງ​ແມ່ນ​ລູກ​ທີ່​ເຮັດ​ໃຫ້​ພໍ່​ໄດ້​ຮັບ​ຄວາມ​ເຈັບປວດ​ເຊັ່ນນີ້? ພໍ່​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ພຣະເຈົ້າຢາເວ​ແລ້ວ ແລະ​ພໍ່​ເອງ​ຖອນ​ຄຳສັນຍາ​ນີ້​ຄືນ​ບໍ່ໄດ້.”


ນາງ​ຮັນນາ​ສາບານ​ຢ່າງ​ໜັກແໜ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂໍ​ພຣະອົງ​ຫລຽວເບິ່ງ​ຄວາມ​ໂສກເສົ້າ​ຂອງ​ຂ້ານ້ອຍ ແລະ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ຂໍ​ຢ່າ​ລືມໄລ​ຂ້ານ້ອຍ​ເລີຍ ຖ້າ​ພຣະອົງ​ໂຜດ​ລູກຊາຍ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຂໍ​ສັນຍາ​ວ່າ ຈະ​ອຸທິດ​ຖວາຍ​ເດັກນັ້ນ​ແກ່​ພຣະອົງ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ ແລະ​ລາວ​ຈະ​ບໍ່​ຕັດ​ຜົມ​ຂອງ​ລາວ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka