15 ແຕ່ຕໍ່ມາ ຖ້າລາວຫາກຍົກເລີກການບະບົນ ລາວຈະຕ້ອງຮັບຜົນກຳຂອງເມຍ ສຳລັບຄວາມບໍ່ສຳເລັດທີ່ຕົນໄດ້ບະບົນໄວ້.
ການຖວາຍລຶບລ້າງບາບທີ່ຮຽກຮ້ອງເອົາເຄື່ອງບູຊານັ້ນ ແມ່ນຕາມກໍລະນີດັ່ງຕໍ່ໄປນີ້: ຖ້າຜູ້ໜຶ່ງຖືກສານເອີ້ນໄປໃຫ້ການ ແລະບໍ່ຍອມບອກເລື່ອງທີ່ຕົນໄດ້ຮູ້ ໄດ້ເຫັນ ແລະໄດ້ຍິນ, ລາວຕ້ອງໄດ້ຮັບໂທດໃນຖານຜູ້ກະທຳຜິດ.
ແຕ່ຖ້າຜົວຂອງນາງຫາກຮູ້ເລື່ອງ ແລະຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມທີ່ໄດ້ບະບົນໄວ້. ພຣະເຈົ້າຢາເວຈະຍົກຜິດໃຫ້ ຍ້ອນວ່າຜົວຂອງນາງບໍ່ຍອມໃຫ້ນາງເຮັດຕາມທີ່ໄດ້ສັນຍາໄວ້ນັ້ນ.
ແຕ່ຖ້າຜົວຂອງນາງຫາກບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ລາວຮູ້ນັ້ນ ນາງຕ້ອງເຮັດຕາມທີ່ນາງໄດ້ສັນຍາ ຫລືບະບົນໄວ້ນັ້ນທຸກປະການ. ລາວໄດ້ຮັບຮອງເອົາການບະບົນນັ້ນແລ້ວ ໂດຍບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ຕົນຮູ້ເລື່ອງນັ້ນ.
ອັນນີ້ແມ່ນກົດຕ່າງໆກ່ຽວກັບການບະບົນຂອງຍິງທີ່ບໍ່ທັນໄດ້ແຕ່ງງານແລະອາໄສຢູ່ນຳພໍ່ແມ່ ຫລືຍິງທີ່ໄດ້ແຕ່ງງານແລ້ວ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ໂມເຊ.
ແຕ່ຖ້າພໍ່ຂອງນາງຫາກໄດ້ຮູ້ເລື່ອງ ແລະຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມນັ້ນ. ພຣະເຈົ້າຢາເວຈະຍົກຜິດໃຫ້ນາງ ເພາະວ່າພໍ່ຂອງນາງບໍ່ຍອມໃຫ້ນາງຮັກສາຄຳສັນຍານັ້ນ.
ແຕ່ຖ້າຜົວຂອງນາງຫາກຮູ້ເລື່ອງ ແລະໄດ້ຫ້າມປາມໄວ້ ນາງກໍບໍ່ຕ້ອງກະທຳຕາມສັນຍານັ້ນ. ພຣະເຈົ້າຢາເວຈະຍົກຜິດໃຫ້ນາງເອງ.
ດັ່ງນັ້ນ ຈຶ່ງບໍ່ມີຄວາມແຕກຕ່າງອັນໃດ ລະຫວ່າງຄົນຢິວແລະຄົນຕ່າງຊາດ ລະຫວ່າງທາດແລະອິດສະຫລະ ລະຫວ່າງຊາຍແລະຍິງ ເພາະພວກເຈົ້າທຸກຄົນເປັນອັນໜຶ່ງອັນດຽວກັນໃນພຣະຄຣິດເຈົ້າເຢຊູ.