13 ຜົວຂອງນາງມີສິດທີ່ຈະຮັບຮອງ ຫລືຍົກເລີກຄຳບະບົນ ຫລືສັນຍາຕ່າງໆທີ່ນາງໄດ້ເຮັດໄວ້.
ຢູ່ທີ່ນັ້ນໃກ້ຫ້ວຍອາຮາວາ ຂ້າພະເຈົ້າໄດ້ອອກຄຳສັ່ງໃຫ້ທຸກຄົນຖືສິນອົດອາຫານ ແລະຖ່ອມຕົວລົງຕໍ່ໜ້າພຣະເຈົ້າຂອງພວກເຮົາ ເພື່ອຂໍໃຫ້ພຣະອົງນຳພາໃນການເດີນທາງ ແລະໃຫ້ປົກປັກຮັກສາພວກເຮົາ ພ້ອມທັງລູກໆຂອງພວກເຮົາແລະເຄື່ອງຂອງທັງໝົດທີ່ພວກເຮົາມີຢູ່.
ແຕ່ເມື່ອຄູ່ຕໍ່ສູ້ເຈັບໄຂ້ໄດ້ປ່ວຍ ຂ້ານ້ອຍກໍໃສ່ເຄື່ອງໄວ້ທຸກແລະທຸກໃຈດ້ວຍ ຂ້ານ້ອຍຖ່ອມຕົວດ້ວຍການອົດເຂົ້າອົດອາຫານ ແລະກໍກົ້ມຫົວພາວັນນາອະທິຖານເພື່ອ ຢ່າງບໍ່ຢຸດຢັ້ງ.
ເມື່ອຖືສິນອົດອາຫານນັ້ນ ພວກເຈົ້າເຮັດໃຫ້ພວກເຈົ້າເອງເປັນທຸກ; ພວກເຈົ້າກົ້ມຫົວລົງຕໍ່າໆດັ່ງໃບຫຍ້າອ່ອນໂນ້ມ ແລະປູກະສອບເຂົ້າເທິງຂີ້ເຖົ່າເນີ້ງຕົວລົງນອນ. ອັນນັ້ນບໍທີ່ພວກເຈົ້າເອີ້ນວ່າຖືສິນອົດອາຫານ? ພວກເຈົ້າຄິດວ່າພຣະເຈົ້າຢາເວຈະພໍໃຈນຳການກະທຳເຊັ່ນນັ້ນບໍ?
ລະບຽບການດັ່ງກ່າວນີ້ໃຫ້ຢຶດຖືໄວ້ທຸກຍຸກທຸກສະໄໝສືບໄປ. ໃນວັນທີສິບຂອງເດືອນທີເຈັດ ຊາວອິດສະຣາເອນກັບຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຕ້ອງຖືສິນອົດອາຫານແລະບໍ່ຕ້ອງເຮັດວຽກທຳງານໃດໆທັງສິ້ນ.
ແຕ່ຕາເວັນຕົກດິນໃນວັນທີເກົ້າ ຈົນຮອດຕາເວັນຕົກດິນໃນວັນທີສິບຂອງເດືອນ; ຈົ່ງຢຶດຖືວັນນີ້ເປັນມື້ພິເສດ ລະຫວ່າງນີ້ບໍ່ໃຫ້ຜູ້ໃດກິນຫຍັງເລີຍ.”
ໃນວັນທີສິບຂອງເດືອນທີເຈັດໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ; ຢ່າກິນອາຫານໃດໆ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ.
ແຕ່ຖ້າຜົວຂອງນາງຫາກຮູ້ເລື່ອງ ແລະຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມທີ່ໄດ້ບະບົນໄວ້. ພຣະເຈົ້າຢາເວຈະຍົກຜິດໃຫ້ ຍ້ອນວ່າຜົວຂອງນາງບໍ່ຍອມໃຫ້ນາງເຮັດຕາມທີ່ໄດ້ສັນຍາໄວ້ນັ້ນ.
ແຕ່ຖ້າຜົວຂອງນາງຫາກບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ລາວຮູ້ນັ້ນ ນາງຕ້ອງເຮັດຕາມທີ່ນາງໄດ້ສັນຍາ ຫລືບະບົນໄວ້ນັ້ນທຸກປະການ. ລາວໄດ້ຮັບຮອງເອົາການບະບົນນັ້ນແລ້ວ ໂດຍບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ຕົນຮູ້ເລື່ອງນັ້ນ.
ແຕ່ເຮົາຢາກໃຫ້ພວກເຈົ້າເຂົ້າໃຈວ່າ, ພຣະຄຣິດຊົງເປັນປະມຸກຂອງຜູ້ຊາຍທຸກຄົນ ຜົວເປັນປະມຸກເມຍຂອງຕົນ ແລະປະມຸກຂອງພຣະຄຣິດ ຄືພຣະເຈົ້າ.
ແລະພຣະອົງກໍບໍ່ໄດ້ສ້າງຜູ້ຊາຍໄວ້ສຳລັບແມ່ຍິງ ແຕ່ໄດ້ສ້າງແມ່ຍິງໄວ້ສຳລັບຜູ້ຊາຍ.
ຢ່າປະຕິເສດການຢູ່ຮ່ວມກັນ ນອກຈາກໄດ້ຕົກລົງກັນກ່ອນເປັນການຊົ່ວຄາວ ເພື່ອອຸທິດຕົນໃນການພາວັນນາອະທິຖານ ແຕ່ຫລັງຈາກນັ້ນແລ້ວ ຈົ່ງມາຢູ່ຮ່ວມກັນອີກ. ເພື່ອພວກເຈົ້າຈະຮັກສາຕົວໄວ້ ບໍ່ໃຫ້ມານຊາຕານຊັກຈູງໃຫ້ຫລົງເຮັດຜິດ ເພາະຄວບຄຸມຕົນເອງບໍ່ໄດ້.