Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 30:12 - ພຣະຄຳພີສັກສິ

12 ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ຮູ້​ເລື່ອງ ແລະ​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ບະບົນ​ໄວ້. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້ ຍ້ອນ​ວ່າ​ຜົວ​ຂອງ​ນາງ​ບໍ່​ຍອມ​ໃຫ້​ນາງ​ເຮັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ນັ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 30:12
10 Jak'a apnaqawi uñst'ayäwi  

ພວກເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຮົາ​ເວົ້າ​ວ່າ​ຈະ​ເຮັດ. ພວກເຮົາ​ຈະ​ຖວາຍບູຊາ​ແກ່​ເຈົ້າແມ່​ແຫ່ງ​ສະຫວັນ​ຂອງ​ພວກເຮົາ ແລະ​ພວກເຮົາ​ຈະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ດັ່ງ​ທີ່​ພວກເຮົາ​ແລະ​ບັນພະບຸລຸດ​ຂອງ​ພວກເຮົາ, ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຮົາ, ເຄີຍ​ໄດ້​ເຮັດ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ. ແລ້ວ​ພວກເຮົາ​ກໍ​ເຄີຍ​ມີ​ອາຫານ​ການກິນ​ຢ່າງ​ຫລວງຫລາຍ ພວກເຮົາ​ເຄີຍ​ຈະເລີນ​ຮຸ່ງເຮືອງ ແລະ​ທັງ​ບໍ່ໄດ້​ມີ​ຄວາມ​ເດືອດຮ້ອນ​ຫຍັງ​ເລີຍ.


ຝ່າຍ​ພວກຜູ້ຍິງ​ກໍ​ເວົ້າ​ສອຍ​ຂຶ້ນ​ວ່າ, “ເວລາ​ພວກເຮົາ​ໄດ້​ເຮັດ​ເຂົ້າໜົມ​ຫວານ​ເປັນ​ຮູບ​ເຈົ້າແມ່​ແຫ່ງ​ສະຫວັນ ຖວາຍບູຊາ​ແກ່​ນາງ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ​ນັ້ນ ຜົວ​ຂອງ​ພວກເຮົາ​ກໍ​ເຫັນດີ​ເຫັນພ້ອມ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ດ້ວຍ.”


ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ສຳລັບ​ຊຸມຊົນ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການອະໄພ ເພາະ​ແມ່ນ​ຄວາມ​ຜິດພາດ​ທີ່​ໄດ້​ເກີດຂຶ້ນ​ໂດຍ​ບໍ່ຕັ້ງໃຈ ແລະ​ພວກເຂົາ​ກໍໄດ້​ນຳ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ແລ້ວ.


ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ໃຫ້​ຜູ້ທີ່​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ລາວ​ກໍ​ຈະ​ໄດ້​ຮັບ​ການອະໄພ.


ນາງ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ບະບົນ​ຫລື​ສັນຍາ​ໄວ້​ທຸກປະການ ເວັ້ນເສຍ​ແຕ່​ເມື່ອ​ຜົວ​ຂອງ​ນາງ​ຮູ້​ເລື່ອງ​ແລະ​ຂັດຂວາງ​ໄວ້.


ຜົວ​ຂອງ​ນາງ​ມີ​ສິດ​ທີ່​ຈະ​ຮັບຮອງ ຫລື​ຍົກເລີກ​ຄຳ​ບະບົນ ຫລື​ສັນຍາ​ຕ່າງໆ​ທີ່​ນາງ​ໄດ້​ເຮັດ​ໄວ້.


ແຕ່​ຖ້າ​ພໍ່​ຂອງ​ນາງ​ຫາກ​ໄດ້​ຮູ້​ເລື່ອງ ແລະ​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ເຮັດ​ຕາມ​ນັ້ນ. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້​ນາງ ເພາະວ່າ​ພໍ່​ຂອງ​ນາງ​ບໍ່​ຍອມ​ໃຫ້​ນາງ​ຮັກສາ​ຄຳສັນຍາ​ນັ້ນ.


ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ຮູ້​ເລື່ອງ ແລະ​ໄດ້​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ກະທຳ​ຕາມ​ສັນຍາ​ນັ້ນ. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້​ນາງ​ເອງ.


ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຂົ້າໃຈ​ວ່າ, ພຣະຄຣິດ​ຊົງ​ເປັນ​ປະມຸກ​ຂອງ​ຜູ້ຊາຍ​ທຸກຄົນ ຜົວ​ເປັນ​ປະມຸກ​ເມຍ​ຂອງຕົນ ແລະ​ປະມຸກ​ຂອງ​ພຣະຄຣິດ ຄື​ພຣະເຈົ້າ.


ເອນການາ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ເຈົ້າ​ຄິດ​ວ່າ​ດີ​ແລະ​ຢູ່​ເຮືອນ​ຈົນກວ່າ​ລູກ​ເຊົາ​ນົມ ຂໍ​ພຣະເຈົ້າຢາເວ​ເຮັດ​ໃຫ້​ຄຳສັນຍາ​ຂອງ​ເຈົ້າ ເປັນ​ຄວາມຈິງ​ເທີ້ນ.” ດັ່ງນັ້ນ ນາງ​ຮັນນາ​ຈຶ່ງ​ຢູ່​ເຮືອນ​ລ້ຽງ​ລູກ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka