11 ນາງຕ້ອງເຮັດຕາມທີ່ຕົນໄດ້ບະບົນຫລືສັນຍາໄວ້ທຸກປະການ ເວັ້ນເສຍແຕ່ເມື່ອຜົວຂອງນາງຮູ້ເລື່ອງແລະຂັດຂວາງໄວ້.
ຖ້າແມ່ຍິງທີ່ແຕ່ງງານແລ້ວຫາກໄດ້ບະບົນ ຫລືສັນຍາໄວ້ວ່າຕົນຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ
ແຕ່ຖ້າຜົວຂອງນາງຫາກຮູ້ເລື່ອງ ແລະຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມທີ່ໄດ້ບະບົນໄວ້. ພຣະເຈົ້າຢາເວຈະຍົກຜິດໃຫ້ ຍ້ອນວ່າຜົວຂອງນາງບໍ່ຍອມໃຫ້ນາງເຮັດຕາມທີ່ໄດ້ສັນຍາໄວ້ນັ້ນ.
ແຕ່ຖ້າພໍ່ຂອງນາງຫາກໄດ້ຮູ້ເລື່ອງ ແລະຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມນັ້ນ. ພຣະເຈົ້າຢາເວຈະຍົກຜິດໃຫ້ນາງ ເພາະວ່າພໍ່ຂອງນາງບໍ່ຍອມໃຫ້ນາງຮັກສາຄຳສັນຍານັ້ນ.