9 ຄວາມຮັບຜິດຊອບຢ່າງດຽວທີ່ຊາວເລວີມີນັ້ນ ແມ່ນຮັບໃຊ້ອາໂຣນແລະພວກລູກຊາຍຂອງລາວ.
ແລ້ວເພິ່ນກໍກ່າວວ່າ, “ໃຫ້ພວກເລວີເທົ່ານັ້ນຫາມຫີບຂອງພຣະເຈົ້າ ເພາະພວກເຂົາແມ່ນພວກດຽວທີ່ພຣະເຈົ້າຢາເວໄດ້ເລືອກໄວ້ເພື່ອຫາມຫີບຂອງພຣະເຈົ້າຢາເວ ແລະຮັບໃຊ້ພຣະອົງຕະຫລອດໄປ.”
ສາຍຄອບຄົວຂອງຜູ້ທີ່ໄດ້ຮັບມອບໝາຍຕຳແໜ່ງ ມີດັ່ງນີ້: ຕະກຸນໂກຮາດ: ສາຍຄອບຄົວຂອງລາວ ເມື່ອນັບຄືນໄປຫາຢາໂຄບ ມີດັ່ງນີ້: ເຮມານ ເປັນຜູ້ນຳຂອງກຸ່ມຮ້ອງເພງໝວດທີໜຶ່ງ ຜູ້ເປັນລູກຊາຍຂອງໂຢເອນ, ໂຢເອນ ຜູ້ເປັນລູກຊາຍຂອງຊາມູເອນ,
ຕະກຸນຕ່າງໆຂອງຄົນເຮັດວຽກປະຈຳພຣະວິຫານ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ຊີຮາ, ຮາສູຟາ, ຕັບບາອົດ,
ພວກເຂົາຍັງໄດ້ແຕ່ງຕັ້ງບັນດາປະໂຣຫິດແລະຊາວເລວີໃຫ້ເປັນຜູ້ເຮັດວຽກໃນໜ້າທີ່ຂອງພວກເຂົາເພື່ອຮັບໃຊ້ພຣະເຈົ້າທີ່ນະຄອນເຢຣູຊາເລັມ ຕາມຄຳແນະນຳທີ່ໄດ້ມີບັນທຶກໄວ້ຢູ່ໃນໜັງສືຂອງໂມເຊ.
ນອກຈາກຄົນເຫຼົ່ານີ້ແລ້ວ ກໍຍັງມີຄົນງານປະຈຳພຣະວິຫານອີກສອງຮ້ອຍຊາວຄົນ ຊຶ່ງບັນພະບຸລຸດເປັນພວກທີ່ກະສັດດາວິດແລະພວກຂ້າຣາຊການຂອງເພິ່ນ ໄດ້ແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍເຫລືອຊາວເລວີ. ຄົນພວກນີ້ທັງໝົດມີຊື່ຈົດໄວ້ແລ້ວ.
ພວກເຈົ້າຖືເປັນເລື່ອງເລັກນ້ອຍຊັ້ນບໍ ທີ່ພຣະເຈົ້າຂອງຊາດອິດສະຣາເອນໄດ້ຕັ້ງພວກເຈົ້າໄວ້ຕ່າງຫາກຈາກຊຸມຊົນ ເພື່ອວ່າພວກເຈົ້າຈະໄດ້ເຂົ້າໃກ້ຊິດພຣະອົງ ແລະເຮັດພິທີຕ່າງໆຢູ່ໃນຫໍເຕັນສັກສິດຂອງພຣະເຈົ້າຢາເວ ພ້ອມທັງເຮັດໜ້າທີ່ຮັບໃຊ້ຊຸມຊົນດ້ວຍ.
ໃຫ້ນຳຍາດຕິພີ່ນ້ອງໃນເຜົ່າເລວີຂອງເຈົ້າມາເຮັດວຽກຊ່ວຍເຈົ້າ ໃນເວລາທີ່ພວກເຈົ້າເຂົ້າໄປຮັບໃຊ້ເຮົາໃນຫໍເຕັນ.
ພວກເຂົາຈະຮັບຜິດຊອບອຸປະກອນທັງໝົດຂອງຫໍເຕັນບ່ອນຊຸມນຸມ ແລະເຮັດໜ້າທີ່ສຳລັບຊາວອິດສະຣາເອນທັງປວງ ໂດຍເຮັດວຽກຮັບໃຊ້ທີ່ຫໍເຕັນສັກສິດ.
ໃນທຳນອງນີ້ ໃຫ້ເຈົ້າແຍກພວກເລວີອອກຈາກພວກອິດສະຣາເອນຄົນອື່ນໆ ເພື່ອວ່າພວກເຂົາຈະເປັນຂອງເຮົາ.
ເຮົາໄດ້ໃຫ້ເຈົ້າແຍກເອົາພວກເລວີ ແທນລູກກົກຂອງຊາວອິດສະຣາເອນທຸກຄົນ ແລະພວກເຂົາຈະເປັນຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.
ບັດນີ້ ເຮົາກຳລັງຮັບເອົາພວກເລວີໄວ້ແທນລູກກົກຂອງຊາວອິດສະຣາເອນ;
ເຮົາໄດ້ມອບພວກເລວີໃຫ້ອາໂຣນແລະພວກລູກຊາຍຂອງລາວ ເປັນຂອງຖວາຍຈາກຊາວອິດສະຣາເອນ; ເພື່ອໃຫ້ພວກເລວີບົວລະບັດຫໍເຕັນບ່ອນຊຸມນຸມແທນປະຊາຊົນອິດສະຣາເອນທັງໝົດ ແລະເພື່ອປ້ອງກັນພວກເລວີຈາກໄພພິບັດທີ່ຈະມາຖືກພວກເຂົາ ເມື່ອໃດທີ່ພວກເຂົາເຂົ້າມາໃກ້ສະຖານທີ່ສັກສິດເກີນໄປ.”
ຂອງພຣະຣາຊທານຂອງພຣະອົງ ກໍຄືໃຫ້ບາງຄົນເປັນອັກຄະສາວົກ, ບາງຄົນເປັນຜູ້ປະກາດພຣະທຳ, ບາງຄົນເປັນຜູ້ປະກາດຂ່າວປະເສີດ, ບາງຄົນເປັນສິດຍາພິບານ ແລະ ຄູສາສະໜາ.
ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເມື່ອພຣະອົງໄດ້ສະເດັດຂຶ້ນໄປເຖິງທີ່ສູງສຸດ ໄດ້ຊົງນຳພວກຊະເລີຍໄປດ້ວຍ ແລະ ຊົງໂຜດຂອງປະທານຕ່າງໆໃຫ້ ແກ່ມວນມະນຸດສະໂລກ.”