7 ພວກເຂົາຈະເຮັດໜ້າທີ່ຊຶ່ງໄດ້ຮັບມອບໝາຍໃນຫໍເຕັນບ່ອນຊຸມນຸມ ແລະເຮັດໜ້າທີ່ສຳລັບປະໂຣຫິດແລະສຳລັບຊຸມຊົນທັງໝົດ ໂດຍເຮັດວຽກຮັບໃຊ້ທີ່ຫໍເຕັນສັກສິດ.
ຊາວເລວີອື່ນໆ ມີໜ້າທີ່ເບິ່ງແຍງຄັງຂອງວິຫານຂອງພຣະເຈົ້າ ແລະຫ້ອງໄວ້ຂອງທີ່ໄດ້ອຸທິດຖວາຍແລ້ວ.
ລູກຊາຍອີກສອງຄົນຂອງລາດານ ເຊດທາມແລະໂຢເອນ ເປັນຜູ້ເບິ່ງແຍງຄັງວິຫານຂອງພຣະເຈົ້າຢາເວແລະຫ້ອງໄວ້ເຄື່ອງ.
ເຊໂລມິດ ແລະສະມາຊິກໃນຄອບຄົວຂອງລາວ ເປັນຜູ້ເບິ່ງແຍງເຄື່ອງຖວາຍທັງໝົດທີ່ກະສັດດາວິດ, ບັນດາຫົວໜ້າຄອບຄົວຕ່າງໆ, ບັນດາຜູ້ນຳຕະກຸນໃນໝວດຕ່າງໆ ແລະບັນດານາຍທະຫານໃນກອງທັບໄດ້ອຸທິດຖວາຍ.
ພວກເຈົ້າຈະຕ້ອງຢູ່ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມທັງເວັນທັງຄືນເປັນເວລາເຈັດວັນ ໂດຍປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ຖ້າພວກເຈົ້າບໍ່ເຮັດຕາມ ພວກເຈົ້າຈະຕາຍ. ອັນນີ້ ແມ່ນສິ່ງທີ່ເຮົາໄດ້ສັ່ງໄວ້.”
ແຕ່ໃຫ້ພວກເຂົາກຳກັບຫໍເຕັນສັກສິດແຫ່ງພັນທະສັນຍາ, ແລະກຳກັບເຄື່ອງໃຊ້ປະຈຳແລະສິ່ງຂອງໃນນັ້ນທັງໝົດ; ພວກເຂົາຈະແບກຫາມຫໍເຕັນສັກສິດ ແລະເຄື່ອງໃຊ້ຕ່າງໆປະຈຳຫໍເຕັນສັກສິດ ຕະຫລອດທັງຮັບໃຊ້ຢູ່ໃນທີ່ນັ້ນ ແລະຕັ້ງທີ່ພັກອ້ອມຮອບທີ່ນັ້ນດ້ວຍ.
ສ່ວນພວກເລວີນັ້ນ ພວກເຂົາຈະຕ້ອງຕັ້ງຄ້າຍອ້ອມຮອບຫໍເຕັນສັກສິດແຫ່ງພັນທະສັນຍາໄວ້ ເພື່ອຈະບໍ່ມີໃຜເຂົ້າມາໃກ້ ແລະກໍ່ເຫດໃຫ້ມີຄວາມໂກດຮ້າຍຕໍ່ຊຸມຊົນອິດສະຣາເອນໄດ້. ໃຫ້ພວກເລວີເຝົ້າຮັກສາຫໍເຕັນສັກສິດແຫ່ງພັນທະສັນຍາໄວ້.”
ຫົວໜ້າຂອງພວກເລວີແມ່ນເອເລອາຊາ ລູກຊາຍຂອງປະໂຣຫິດອາໂຣນ. ລາວດູແລຄົນທີ່ມີໜ້າທີ່ຮັກສາບ່ອນສັກສິດທີ່ສຸດໃນຫໍເຕັນ.
ພວກເຂົາຈະຮັບຜິດຊອບອຸປະກອນທັງໝົດຂອງຫໍເຕັນບ່ອນຊຸມນຸມ ແລະເຮັດໜ້າທີ່ສຳລັບຊາວອິດສະຣາເອນທັງປວງ ໂດຍເຮັດວຽກຮັບໃຊ້ທີ່ຫໍເຕັນສັກສິດ.
ສຳລັບສ່ວນຂອງຊຸມຊົນນັ້ນເໝືອນກັນ ໃຫ້ຫັກເອົາໜຶ່ງໃນຫ້າສິບ ມອບໃຫ້ແກ່ພວກເລວີທີ່ເບິ່ງແຍງຫໍເຕັນສັກສິດຂອງພຣະເຈົ້າຢາເວ ບໍ່ວ່າເປັນຊະເລີຍ, ງົວ, ລໍ, ແກະ ແລະແບ້ກໍດີ.”
ແລ້ວອາໂຣນກໍຈະຖວາຍພວກເຂົາຕໍ່ໜ້າພຣະເຈົ້າຢາເວ ເປັນເຄື່ອງບູຊາແກວ່ງໄປແກວ່ງມາຈາກຊາວອິດສະຣາເອນ ເພື່ອວ່າພວກເລວີຈະເຮັດໜ້າທີ່ຮັບໃຊ້ພຣະເຈົ້າຢາເວ.
ຫລັງຈາກເຈົ້າໄດ້ຊຳລະແລະອຸທິດຖວາຍພວກເລວີແກ່ເຮົາແລ້ວ ພວກເຂົາຈຶ່ງຈະມີຄຸນສົມບັດເຮັດວຽກງານທີ່ຫໍເຕັນບ່ອນຊຸມນຸມໄດ້.