Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 3:6 - ພຣະຄຳພີສັກສິ

6 “ຈົ່ງ​ນຳ​ເຜົ່າເລວີ​ອອກ​ມາ​ຂ້າງ​ໜ້າ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ຮັບໃຊ້​ປະໂຣຫິດ​ອາໂຣນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 3:6
18 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ໃຫ້​ພວກ​ເລວີ​ເທົ່ານັ້ນ​ຫາມ​ຫີບ​ຂອງ​ພຣະເຈົ້າ ເພາະ​ພວກເຂົາ​ແມ່ນ​ພວກດຽວ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້​ເພື່ອ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ຮັບໃຊ້​ພຣະອົງ​ຕະຫລອດໄປ.”


ພວກເຂົາ​ໄດ້​ຮັບ​ມອບໝາຍ​ໜ້າທີ່​ດັ່ງ​ຕໍ່ໄປນີ້: ຊ່ວຍ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ ກ່ຽວກັບ​ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຮັກສາ​ບົວລະບັດ​ເດີ່ນ​ແລະ​ຫ້ອງ​ຕ່າງໆ ແລະ​ຮັກສາ​ຄວາມສະອາດ​ສິ່ງ​ສັກສິດ​ທຸກຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ;


ພວກເຂົາ​ຮັບຜິດຊອບ​ຊ່ວຍ​ພີ່ນ້ອງ​ຂອງ​ພວກເຂົາ​ເບິ່ງແຍງ​ຫໍເຕັນ​ບ່ອນ​ຊຸມນຸມ​ແລະ​ຫໍເຕັນ​ສັກສິດ; ແລະ​ຊ່ວຍ​ບັນດາ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ສາຍ​ຄອບຄົວ​ຂອງ​ຜູ້​ທີ່​ໄດ້​ຮັບ​ມອບໝາຍ​ຕຳແໜ່ງ ມີ​ດັ່ງນີ້: ຕະກຸນ​ໂກຮາດ: ສາຍ​ຄອບຄົວ​ຂອງ​ລາວ ເມື່ອ​ນັບ​ຄືນ​ໄປ​ຫາ​ຢາໂຄບ ມີ​ດັ່ງນີ້: ເຮມານ ເປັນ​ຜູ້ນຳ​ຂອງ​ກຸ່ມ​ຮ້ອງເພງ​ໝວດ​ທີໜຶ່ງ ຜູ້​ເປັນ​ລູກຊາຍ​ຂອງ​ໂຢເອນ, ໂຢເອນ ຜູ້​ເປັນ​ລູກຊາຍ​ຂອງ​ຊາມູເອນ,


ລູກ​ທັງຫລາຍ​ຂອງເຮົາ​ເອີຍ ຢ່າ​ສູ່​ມົວ​ຊັກຊ້າ​ຢູ່​ເລີຍ. ພວກທ່ານ​ແມ່ນ​ຜູ້ໜຶ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະອົງ ແລະ​ນຳພາ​ປະຊາຊົນ​ເຂົ້າ​ມາ​ນະມັດສະການ​ພຣະອົງ.”


ພວກເຂົາ​ຍັງ​ໄດ້​ແຕ່ງຕັ້ງ​ບັນດາ​ປະໂຣຫິດ​ແລະ​ຊາວ​ເລວີ​ໃຫ້​ເປັນ​ຜູ້​ເຮັດ​ວຽກ​ໃນ​ໜ້າທີ່​ຂອງ​ພວກເຂົາ​ເພື່ອ​ຮັບໃຊ້​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ ຕາມ​ຄຳແນະນຳ​ທີ່​ໄດ້​ມີ​ບັນທຶກ​ໄວ້​ຢູ່​ໃນ​ໜັງສື​ຂອງ​ໂມເຊ.


ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ພັນທະສັນຍາ​ຂອງເຮົາ​ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ເລວີ​ນັ້ນ ຈະ​ດຳລົງ​ຄົງ​ຢູ່​ຕໍ່ໄປ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.


“ເຮົາ​ໄດ້​ມອບ​ໜຶ່ງສ່ວນສິບ​ຂອງ​ທຸກໆ​ສິ່ງ ທີ່​ຊາວ​ອິດສະຣາເອນ​ຖວາຍ​ແກ່​ເຮົາ​ໃຫ້​ຊາວ​ເລວີ. ອັນ​ນີ້​ເປັນ​ຄ່າ​ຕອບແທນ​ວຽກ​ການ​ທີ່​ພວກເຂົາ​ຮັບຜິດຊອບ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ.


ຕໍ່ມາ ລະຫວ່າງ​ສອງ​ກອງພົນ​ທີ່​ນຳ​ໜ້າ​ກ່ອນ ແລະ​ສອງ​ກອງພົນ​ທີ່​ນຳຫລັງ​ນັ້ນ ໃຫ້​ຊາວ​ເລວີ​ຫາມ​ຫໍເຕັນ​ບ່ອນ​ຊຸມນຸມ​ຍົກ​ອອກ​ໄປ. ແຕ່ລະ​ກອງພົນ​ຈະ​ຕ້ອງ​ຍົກ​ອອກ​ໄປ​ໃຫ້​ເປັນ​ລຳດັບ​ແບບ​ດຽວກັນ ແລະ​ໃນ​ບ່ອນ​ທີ່​ຕັ້ງ​ຄ້າຍພັກ​ກໍ​ໃຫ້​ຢູ່​ໃນ​ລະບຽບ​ນີ້​ຄື: ແຕ່ລະ​ກອງພົນ​ໃຫ້​ຢູ່​ພາຍໃຕ້​ທຸງໄຊ​ຂອງຕົນ.


ສ່ວນ​ຊາວ​ເລວີ​ບໍ່ໄດ້​ຖືກ​ຈົດ​ຊື່​ລວມ​ເຂົ້າ​ນຳ​ພວກ​ອິດສະຣາເອນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ກັບ​ໂມເຊ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ພວກ​ຜູ້ຊາຍ​ໃນ​ເຜົ່າເລວີ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ຢືນຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ໃຫ້​ຮັບໃຊ້​ພຣະອົງ ເພື່ອ​ໃຫ້​ກ່າວ​ຄຳອວຍພອນ​ໃນ​ນາມ​ຂອງ​ພຣະອົງ​ຈົນເຖິງ​ທຸກ​ວັນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka