Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 3:51 - ພຣະຄຳພີສັກສິ

51 ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ແລ້ວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 3:51
11 Jak'a apnaqawi uñst'ayäwi  

ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຕາມ​ກົດລະບຽບ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ແລະ​ອາໂຣນ​ທຸກປະການ.


“ຈົ່ງ​ຈົດຈຳ​ກົດບັນຍັດ​ຕ່າງໆ​ຂອງ​ໂມເຊ​ຄົນ​ຮັບໃຊ້​ຂອງເຮົາ ຄື​ກົດບັນຍັດ​ທັງຫລາຍ​ແລະ​ຂໍ້ຄຳສັ່ງ​ຕ່າງໆ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ລາວ​ທີ່​ເທິງ​ພູເຂົາ​ຊີນາຍ ເພື່ອ​ໃຫ້​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ປະຕິບັດ​ຕາມ.


ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ໂມເຊ​ໄດ້​ຈົດ​ຊື່​ປະຊາຊົນ​ນີ້​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.


ໂມເຊ​ໃຈຮ້າຍ​ແລະ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂໍ​ພຣະອົງ​ຢ່າ​ຮັບ​ເຄື່ອງ​ຖວາຍ​ໃດໆ ທີ່​ຄົນ​ເຫຼົ່ານີ້​ນຳ​ມາ​ເລີຍ. ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ພວກເຂົາ; ແມ່ນແຕ່​ລໍ​ໂຕໜຶ່ງ​ຂ້ານ້ອຍ​ກໍ​ບໍ່ໄດ້​ເອົາ​ມາ​ຈາກ​ພວກເຂົາ.”


ແລ້ວ​ເຈົ້າ​ຈົ່ງ​ເອົາ​ເງິນ​ຈຳນວນ​ນີ້​ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ.”


ໄດ້​ເອົາ​ເງິນ​ຈຳນວນ 1.365 ຫລຽນ


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ ແລະ​ອາໂຣນ​ດັ່ງນີ້:


ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ, ເອົາ​ຄຳ ຫລື​ເອົາ​ເສື້ອຜ້າ​ຂອງ​ຜູ້ໃດ​ຜູ້ໜຶ່ງ.


ຖ້າ​ຄົນອື່ນ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພວກເຈົ້າ ພວກເຮົາ​ກໍ​ມີ​ສິດ​ຕັ້ງ​ຫລາຍ​ເທົ່າ​ບໍ່ແມ່ນ​ບໍ? ເຖິງ​ປານນັ້ນ ພວກເຮົາ​ກໍ​ບໍ່ໄດ້​ໃຊ້​ສິດ​ນັ້ນ ແຕ່​ພວກເຮົາ​ກັບ​ຍອມ​ທົນ​ຕໍ່​ທຸກສິ່ງ ເພື່ອ​ຈະ​ບໍ່​ເປັນ​ເຫດ​ຂັດຂວາງ​ການ​ປະກາດ​ຂ່າວປະເສີດ.


“ຈົ່ງ​ລ້ຽງ​ຝູງແກະ ທີ່​ພຣະເຈົ້າ​ໄດ້​ຝາກ​ໄວ້​ກັບ​ພວກເຈົ້າ ຈົ່ງ​ລ້ຽງ​ຮັກສາ​ດ້ວຍ​ຄວາມ​ເຕັມໃຈ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ບໍ່ແມ່ນ​ດ້ວຍ​ໃຈ​ຂົມຂື່ນ, ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ເສຍ​ສະຫລະ ບໍ່ແມ່ນ​ເພື່ອ​ເຫັນແກ່​ຄ່າຈ້າງ​ລາງວັນ ແຕ່​ດ້ວຍ​ໃຈ​ເຫຼື້ອມໃສ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka