Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 3:45 - ພຣະຄຳພີສັກສິ

45 “ບັດນີ້ ຈົ່ງ​ອຸທິດ​ຖວາຍ​ຊາວ​ເລວີ​ໃຫ້​ເປັນ​ຂອງເຮົາ ແທນ​ລູກຊາຍ​ກົກ​ທຸກຄົນ​ຂອງ​ຊາວ​ອິດສະຣາເອນ ແລະ​ຈົ່ງ​ອຸທິດ​ຖວາຍ​ສັດ​ທັງຫລາຍ​ຂອງ​ຊາວ​ເລວີ ແທນ​ລູກຫົວປີ​ຂອງ​ສັດ​ທຸກ​ໂຕ​ຂອງ​ຊາວ​ອິດສະຣາເອນ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 3:45
7 Jak'a apnaqawi uñst'ayäwi  

ແຕ່​ລໍ​ເຖິກ​ນັ້ນ ເຈົ້າ​ຊື້​ຄືນ​ໄວ້​ໄດ້​ໂດຍ​ໃຫ້​ຖວາຍ​ແກະ​ແທນ. ຖ້າ​ພວກເຈົ້າ​ບໍ່​ຊື້​ຄືນ​ກໍ​ໃຫ້​ຫັກ​ຄໍ​ມັນ​ຖິ້ມ​ເສຍ. ສ່ວນ​ລູກຊາຍກົກ​ຂອງ​ພວກເຈົ້າ​ນັ້ນ ໃຫ້​ຊື້​ເອົາ​ໄວ້​ຄືນ​ທຸກໆ​ຄົນ. ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ມາ​ເຝົ້າ​ເຮົາ​ມື​ເປົ່າ ໂດຍ​ບໍ່ມີ​ເຄື່ອງ​ຖວາຍ​ມາ​ນຳ.


ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ພັນທະສັນຍາ​ຂອງເຮົາ​ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ເລວີ​ນັ້ນ ຈະ​ດຳລົງ​ຄົງ​ຢູ່​ຕໍ່ໄປ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.


ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເລືອກ​ເອົາ​ຍາດຕິພີ່ນ້ອງ​ຊາວ​ເລວີ​ຂອງ​ເຈົ້າ ຈາກ​ທ່າມກາງ​ຊາວ​ອິດສະຣາເອນ ເພື່ອ​ໃຫ້​ເປັນ​ຂອງຂວັນ​ແກ່​ເຈົ້າ. ເຈົ້າ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ໃຫ້​ແກ່​ພຣະເຈົ້າຢາເວ ເພື່ອ​ວ່າ​ພວກເຂົາ​ຈະ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ໄດ້.


“ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເລືອກ​ເອົາ​ຊາວ​ເລວີ ໃນ​ທ່າມກາງ​ຊາວ​ອິດສະຣາເອນ​ທັງຫລາຍ. ໃຫ້​ພວກເຂົາ​ຮັບໃຊ້​ເຮົາ​ແທນ​ລູກກົກ​ທັງຫລາຍ​ຂອງ​ປະຊາຊົນ​ອິດສະຣາເອນ.


ແລ້ວ​ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ,


ເຮົາ​ໄດ້​ໃຫ້​ເຈົ້າ​ແຍກ​ເອົາ​ພວກ​ເລວີ ແທນ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ທຸກ​ຄົນ ແລະ​ພວກເຂົາ​ຈະ​ເປັນ​ຂອງເຮົາ​ແຕ່​ຜູ້​ດຽວ​ເທົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka