37 ພວກເຂົາຍັງຮັບຜິດຊອບສິ່ງຕໍ່ໄປນີ້ຄື: ເສົາ, ຕີນຮອງເສົາ, ຫລັກສຽບ ແລະເຊືອກສຳລັບເດີ່ນນອກຂອງຫໍເຕັນ.
ເຄື່ອງໃຊ້ທັງໝົດປະຈຳຫໍເຕັນພ້ອມທັງຫລັກສຽບຂອງຫໍເຕັນ ແລະຂອງຜ້າກັ້ງທີ່ອ້ອມຮອບຫໍເຕັນນັ້ນ ຈົ່ງເຮັດດ້ວຍທອງສຳຣິດທັງສິ້ນ.
ພວກເມຣາຣີໄດ້ຖືກມອບໝາຍໃຫ້ຮັບຜິດຊອບວຽກງານໂຄງຮ່າງຂອງຫໍເຕັນສັກສິດ, ໄມ້ກອນ, ໄມ້ເສົາ, ຕີນເສົາ ແລະເຄື່ອງປະກອບທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ທັງໝົດ.
ສ່ວນໂມເຊແລະອາໂຣນພ້ອມກັບພວກລູກຊາຍຂອງຕົນນັ້ນ ໃຫ້ຕັ້ງຄ້າຍຢູ່ຕໍ່ໜ້າຫໍເຕັນສັກສິດທາງດ້ານຕາເວັນອອກ, ຢູ່ຕໍ່ໜ້າຫໍເຕັນບ່ອນຊຸມນຸມ. ພວກເຂົາເປັນຜູ້ຮັບໜ້າທີ່ເຮັດພິທີຕ່າງໆໃນບ່ອນສັກສິດແທນປະຊາຊົນອິດສະຣາເອນ. ຜູ້ໃດຜູ້ໜຶ່ງທີ່ພະຍາຍາມເຮັດພິທີນີ້ຈະໄດ້ຮັບໂທດເຖິງຕາຍ.
ໃຫ້ຈົດຈຳນວນພົນຕະກຸນຊາວເລວີ ຕາມຕະກຸນຍ່ອຍແລະຕາມຄອບຄົວ.