Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 3:36 - ພຣະຄຳພີສັກສິ

36 ພວກ​ເມຣາຣີ​ໄດ້​ຖືກ​ມອບໝາຍ​ໃຫ້​ຮັບຜິດຊອບ​ວຽກງານ​ໂຄງຮ່າງ​ຂອງ​ຫໍເຕັນ​ສັກສິດ, ໄມ້ກອນ, ໄມ້ເສົາ, ຕີນເສົາ ແລະ​ເຄື່ອງປະກອບ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້​ທັງໝົດ.

Uka jalj uñjjattʼäta Copia luraña




ຈົດບັນຊີ 3:36
14 Jak'a apnaqawi uñst'ayäwi  

ຈົ່ງ​ແຂວນ​ຜ້າກັ້ງ​ຜືນ​ນັ້ນ​ໄວ້ ໂດຍ​ໃຊ້​ຂໍເກາະ​ໃສ່​ກັບ​ເສົາ​ໄມ້​ກະຖິນເທດ​ສີ່​ເສົາ ຊຶ່ງ​ໂອບ​ດ້ວຍ​ຄຳ ແລະ​ຕັ້ງ​ໃສ່​ຕີນຮອງເສົາ​ເປັນ​ເງິນ​ສີ່​ຕີນ.


ສຳລັບ​ຜ້າກັ້ງ​ນັ້ນ ຈົ່ງ​ເຮັດ​ເສົາ​ດ້ວຍ​ໄມ້​ກະຖິນເທດ​ຫ້າ​ເສົາ​ໂອບ​ດ້ວຍ​ຄຳ ແລະ​ມີ​ຂໍ​ຄຳ​ເກາະ​ຜ້າກັ້ງ​ໄວ້; ຈົ່ງ​ຫລໍ່​ຕີນຮອງເສົາ​ເປັນ​ທອງສຳຣິດ​ຫ້າ​ຕີນ​ສຳລັບ​ຕັ້ງ​ເສົາ.”


ຫໍເຕັນ​ສັກສິດ, ຜ້າ​ຄຸມເຕັນ ແລະ​ຜ້າ​ປົກເຕັນ​ຊັ້ນນອກ, ຂໍເກາະ, ຮ່າງ​ຂອບໄມ້, ຄານ, ເສົາ ແລະ​ຕີນຮອງເສົາ​ຂອງ​ຫໍເຕັນ,


ຫລັກປັກ, ເຊືອກເນັ່ງ​ຂອງຫໍ​ເຕັນ​ແລະ​ເດີ່ນ​ຂອງ​ຫໍເຕັນ​ສັກສິດ;


ພວກເຂົາ​ໄດ້​ເຮັດ​ເສົາ​ສີ່​ເສົາ​ດ້ວຍ​ໄມ້​ກະຖິນເທດ ແລະ​ໄດ້​ເອົາ​ຄຳ​ໂອບ​ດ້ວຍ. ພວກເຂົາ​ໄດ້​ເຮັດ​ຂໍ​ຄຳ​ເກາະ​ໃສ່ ແລະ​ໄດ້​ເຮັດ​ຕີນຮອງເສົາ​ສີ່​ອັນ​ເປັນ​ເງິນ​ເພື່ອ​ໃຫ້​ຈັ້ງ​ໄວ້.


ພວກເຂົາ​ໄດ້​ນຳ​ເອົາ​ຫໍເຕັນ​ສັກສິດ​ພ້ອມ​ທັງ​ເຄື່ອງໃຊ້​ທັງໝົດ​ປະຈຳ​ຫໍເຕັນ ມາ​ໃຫ້​ໂມເຊ​ເບິ່ງ​ເຊັ່ນ: ຂໍເກາະ, ຮ່າງ​ຂອບໄມ້, ໄມ້ຂາງ, ເສົາ ແລະ​ຕີນຮອງເສົາ;


ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍພັກ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ຫໍເຕັນ​ສັກສິດ ຊຶ່ງ​ມີ​ຊູຣິເອນ​ລູກຊາຍ​ຂອງ​ອາບີໄຮ ເປັນ​ຫົວໜ້າ​ຕະກຸນ.


ພວກເຂົາ​ຍັງ​ຮັບຜິດຊອບ​ສິ່ງ​ຕໍ່ໄປນີ້​ຄື: ເສົາ, ຕີນຮອງເສົາ, ຫລັກ​ສຽບ ແລະ​ເຊືອກ​ສຳລັບ​ເດີ່ນ​ນອກ​ຂອງ​ຫໍເຕັນ.


ແລະ​ກວຽນ​ສີ່​ລຳ​ກັບ​ງົວເຖິກ​ສີ່​ຄູ່​ໃຫ້​ພວກ​ເມຣາຣີ. ວຽກງານ​ທັງໝົດ​ຂອງ​ພວກເຂົາ​ແມ່ນ​ຢູ່​ໃຕ້​ການ​ຊີ້ນຳ​ຂອງ​ອີທາມາ ລູກຊາຍ​ຂອງ​ອາໂຣນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka