32 ຫົວໜ້າຂອງພວກເລວີແມ່ນເອເລອາຊາ ລູກຊາຍຂອງປະໂຣຫິດອາໂຣນ. ລາວດູແລຄົນທີ່ມີໜ້າທີ່ຮັກສາບ່ອນສັກສິດທີ່ສຸດໃນຫໍເຕັນ.
ນອກຈາກນີ້ແລ້ວ ເນບູຊາຣາດານຜູ້ບັນຊາການທະຫານ ກໍໄດ້ຈັບເອົາຄົນໄປເປັນຊະເລີຍເຊັ່ນ: ຫົວໜ້າມະຫາປະໂຣຫິດເສຣາອີຢາ, ເຊຟານີຢາຮອງມະຫາປະໂຣຫິດ ແລະຂ້າຣາຊການຜູ້ສຳຄັນຂອງພຣະວິຫານສາມຄົນ.
ບຸກກີເປັນລູກຊາຍຂອງອາບີຊູອາ, ອາບີຊູອາເປັນລູກຊາຍຂອງຟີເນຮາ, ຟີເນຮາເປັນລູກຊາຍຂອງເອເລອາຊາ, ເອເລອາຊາເປັນລູກຊາຍຂອງອາໂຣນ.
ຊາຍຄົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ຫ້ອງທີ່ຢູ່ກົງກັບທາງທິດໃຕ້ນັ້ນ ແມ່ນໄວ້ໃຫ້ບັນດາປະໂຣຫິດທີ່ໄດ້ຮັບໃຊ້ໃນພຣະວິຫານ
ພວກໂກຮາດຮັບຜິດຊອບຫີບພັນທະສັນຍາ, ໂຕະ, ຫລັກຕະກຽງ, ແທ່ນບູຊາ, ພາຊະນະຕ່າງໆທີ່ປະໂຣຫິດໃຊ້ໃນບ່ອນສັກສິດ ແລະຜ້າກັ້ງປະຕູເຂົ້າບ່ອນສັກສິດທີ່ສຸດ. ພວກເຂົາຮັບຜິດຊອບວຽກງານທຸກຢ່າງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້.
ຕະກຸນເມຣາຣີມີຄອບຄົວຂອງມາຮະລີແລະມູຊີ.
ສ່ວນເອເລອາຊາລູກຊາຍຂອງປະໂຣຫິດອາໂຣນນັ້ນ ໃຫ້ລາວຮັບຜິດຊອບຫໍເຕັນສັກສິດທັງໝົດພ້ອມດ້ວຍນໍ້າມັນສຳລັບໄຕ້ຕະກຽງ, ເຄື່ອງຫອມ, ພືດຜົນເປັນເມັດເພື່ອຖວາຍບູຊາ, ນໍ້າມັນເຈີມບໍຣິສຸດ ແລະສິ່ງອື່ນອີກທີ່ຢູ່ໃນນັ້ນ.”
ໃຫ້ຊາວເກໂຊນໄດ້ປະຕິບັດໜ້າທີ່ທັງໝົດ ແລະແບກຫາມທຸກໆສິ່ງຕາມການຊີ້ນຳຂອງອາໂຣນເອງແລະພວກລູກຊາຍຂອງເພິ່ນ ທີ່ໄດ້ມອບໝາຍໃຫ້ພວກເຂົານັ້ນ.
ຫລັງຈາກນັ້ນແລ້ວ ພວກເຂົາອາດຊ່ວຍພີ່ນ້ອງເລວີຄົນອື່ນໆເຮັດໜ້າທີ່ຮັກສາໃນຫໍເຕັນບ່ອນຊຸມນຸມກໍໄດ້; ແຕ່ຢ່າໃຫ້ພວກເຂົາປະຕິບັດໜ້າທີ່ໂດຍຕົນເອງ. ອັນນີ້ ແມ່ນຂໍ້ບັງຄັບໃນການກຳນົດໜ້າທີ່ໃຫ້ພວກເລວີເຮັດ.”