2 ອາໂຣນມີລູກຊາຍສີ່ຄົນ ດັ່ງນີ້: ນາດາບຜູ້ເປັນອ້າຍກົກ, ອາບີຮູ, ເອເລອາຊາ ແລະອີທາມາ.
ຄົນເຫຼົ່ານີ້ໄດ້ສືບເຊື້ອສາຍມາຈາກອາໂຣນ. ອາໂຣນມີລູກຊາຍສີ່ຄົນດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
ນາດາບແລະອາບີຮູຕາຍໄປກ່ອນພໍ່ ແລະບໍ່ໄດ້ສືບເຊື້ອສາຍໃຫ້ຜູ້ໃດເລີຍ; ດັ່ງນັ້ນ ເອເລອາຊາແລະອີທາມາ ນ້ອງຂອງພວກເຂົາຈຶ່ງຂຶ້ນເປັນປະໂຣຫິດ.
ອຳຣາມມີລູກຊາຍສອງຄົນ ດັ່ງນີ້: ອາໂຣນແລະໂມເຊ ແລະລູກສາວຜູ້ໜຶ່ງຊື່ວ່າ ມີຣີອາມ. ອາໂຣນມີລູກຊາຍສີ່ຄົນ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
“ຈົ່ງເອີ້ນອາໂຣນ ອ້າຍຂອງເຈົ້າແລະພວກລູກຊາຍຂອງລາວມາເຊັ່ນວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ. ຈົ່ງແຍກພວກເຂົາຢູ່ຕ່າງຫາກ ຈາກປະຊາຊົນອິດສະຣາເອນ ເພື່ອວ່າພວກເຂົາຈະບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
ອາໂຣນໄດ້ແຕ່ງງານກັບນາງເອລີເຊບາ ຜູ້ທີ່ເປັນລູກສາວຂອງອຳມີນາດາບ ແລະເປັນເອື້ອຍຂອງນາໂຊນ. ນາງເກີດລູກຊາຍສີ່ຄົນໃຫ້ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
ນາດາບແລະອາບີຮູລູກຊາຍອາໂຣນ ຕ່າງກໍໄດ້ນຳໝໍ້ຂາງຂອງຕົນມາ ແລະເອົາຖ່ານໄຟທີ່ກຳລັງລຸກຢູ່ໃສ່ໃນນັ້ນ. ພວກເຂົາໄດ້ເອົາກຳຍານໂຮຍໃສ່ຕື່ມ ແລະນຳໄປຖວາຍຕໍ່ໜ້າພຣະເຈົ້າຢາເວ. ແຕ່ໄຟທີ່ຖວາຍນີ້ບໍ່ບໍຣິສຸດ ເພາະວ່າພຣະອົງບໍ່ໄດ້ສັ່ງພວກເຂົາໃຫ້ຖວາຍຢ່າງນັ້ນ.
ໂມເຊໄດ້ກ່າວແກ່ອາໂຣນແລະເອເລອາຊາແລະອີທາມາ ລູກຊາຍສອງຄົນຂອງລາວວ່າ, “ຈົ່ງເອົາພືດຜົນເປັນເມັດທີ່ເຫຼືອຈາກການຖວາຍແກ່ພຣະເຈົ້າຢາເວນັ້ນ ມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະກິນທີ່ຂ້າງແທ່ນບູຊາເພາະການຖວາຍນີ້ແມ່ນບໍຣິສຸດທີ່ສຸດ.
ອາໂຣນມີລູກຊາຍສີ່ຄົນ ດັ່ງນີ້: ນາດາບ ອາບີຮູ ເອເລອາຊາ ແລະອີທາມາ.