ຈົດບັນຊີ 3:13 - ພຣະຄຳພີສັກສິ13 ອັນນີ້ກໍເປັນຜົນສືບເນື່ອງມາຈາກ ໃນມື້ທີ່ເຮົາໄດ້ຂ້າລູກກົກທັງໝົດຂອງຊາວເອຢິບນັ້ນ ເຮົາໄດ້ໄວ້ຊີວິດລູກກົກຂອງຊາວອິດສະຣາເອນທຸກໆຄົນ ແລະສັດໂຕເຖິກຫົວປີທຸກໆໂຕ. ລູກຫົວປີເຫຼົ່ານັ້ນເປັນຂອງເຮົາ. ເຮົາແມ່ນພຣະເຈົ້າຢາເວ.” Uka jalj uñjjattʼäta |
ເມື່ອກະສັດຟາໂຣແຫ່ງເອຢິບໃຈແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ພວກເຮົາໄປນັ້ນ ພຣະເຈົ້າຢາເວໄດ້ຂ້າລູກຊາຍກົກຫົວປີທັງໝົດຂອງຊາວເອຢິບຄື: ລູກຊາຍກົກຂອງຄົນແລະທັງລູກຫົວປີຂອງສັດໂຕເຖິກຄືກັນ. ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງຖວາຍບູຊາລູກຫົວປີຂອງສັດໂຕເຖິກແກ່ພຣະເຈົ້າຢາເວ, ແຕ່ສ່ວນລູກຊາຍກົກນັ້ນ ພວກເຮົາໄຖ່ຄືນໄວ້ໄດ້.