Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 3:10 - ພຣະຄຳພີສັກສິ

10 ເຈົ້າ​ຈະ​ຕ້ອງ​ສະຖາປະນາ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ເຮັດ​ໜ້າທີ່​ປະໂຣຫິດ; ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຫາກ​ພະຍາຍາມ​ຈະ​ເຮັດ​ໜ້າທີ່​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 3:10
25 Jak'a apnaqawi uñst'ayäwi  

ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ກໍ​ໂກດຮ້າຍ​ອຸດຊາ ແລະ​ຂ້າ​ລາວ ເພາະ​ລາວ​ບໍ່​ຢ້ານຢຳ​ພຣະອົງ. ອຸດຊາ​ຕາຍ​ໃກ້​ກັບ​ຫີບ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ.


ກະສັດ​ເຢໂຣໂບອາມ​ຍັງ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຢູ່​ເທິງ​ຈອມພູ ແລະ​ໄດ້​ແຕ່ງຕັ້ງ​ເອົາ​ຄົນ​ຈາກ​ຄອບຄົວ​ຕ່າງໆ​ມາ​ເປັນ​ປະໂຣຫິດ ໂດຍ​ບໍ່ໄດ້​ເລືອກ​ເອົາ​ຄົນ​ເຜົ່າເລວີ.


ພວກເຂົາ​ໄດ້​ປ່ຽນ​ຜຽນ​ກັນ​ຮ້ອງເພງ​ຕໍ່ໜ້າ​ຫໍເຕັນ​ສັກສິດ​ແຫ່ງ​ຫໍເຕັນ​ບ່ອນ​ຊຸມນຸມ ກ່ອນ​ເວລາ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ຂ້າພະເຈົ້າ​ຕອບ​ວ່າ, “ຂ້ອຍ​ບໍ່ແມ່ນ​ຄົນ​ຊະນິດ​ທີ່​ຈະ​ແລ່ນ​ໜີ ແລະ​ໄປ​ລີ້ຕົວ​ຢູ່. ເຈົ້າ​ຄິດ​ວ່າ​ຂ້ອຍ​ຈະ​ເອົາ​ຊີວິດ​ລອດ ໂດຍ​ໄປ​ລີ້​ຢູ່​ໃນ​ພຣະວິຫານ​ຊັ້ນບໍ? ຂ້ອຍ​ຈະ​ບໍ່​ເຮັດ​ເຊັ່ນນັ້ນ​ດອກ.”


ພວກເຂົາ​ບໍ່ໄດ້​ຮັບຜິດຊອບ​ພິທີ​ອັນ​ສັກສິດ​ຢູ່​ໃນ​ວິຫານ​ຂອງເຮົາ; ແຕ່​ກັບ​ໄດ້​ມອບ​ໃຫ້​ຊາວ​ຕ່າງຊາດ​ເປັນ​ຜູ້​ຮັບຜິດຊອບ.


ຄົນ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ຂອງ​ປະໂຣຫິດ​ເທົ່ານັ້ນ ທີ່​ຈະ​ກິນ​ຂອງ​ຖວາຍ​ອັນ​ສັກສິດ​ໄດ້; ນອກ​ນັ້ນ​ບໍ່ມີ​ຜູ້ໃດ​ສາມາດ​ຈະ​ກິນ​ໄດ້ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ນຳ​ປະໂຣຫິດ ຫລື​ຄົນ​ທີ່​ປະໂຣຫິດ​ຈ້າງ​ມາ​ຊ່ວຍ​ວຽກ​ກໍ​ກິນ​ບໍ່ໄດ້.


ເມື່ອ​ພວກເຈົ້າ​ຍົກຍ້າຍ​ຄ້າຍພັກ​ເທື່ອໃດ ພວກ​ເລວີ​ກໍ​ຈະ​ມ້າງ​ຫໍເຕັນ​ສັກສິດ​ລົງ ແລະ​ຕັ້ງ​ຂຶ້ນ​ອີກ​ຢູ່​ໃນ​ຄ້າຍພັກ​ບ່ອນ​ໃໝ່​ເທື່ອນັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ເຂົ້າ​ມາ​ໃກ້​ຫໍເຕັນ​ສັກສິດ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ແລະ​ຊາວ​ເລວີ​ອື່ນໆ​ທັງໝົດ​ໄດ້​ຮັບ​ກຽດ​ນີ້ ແລະ​ມາບັດນີ້ ພວກເຈົ້າ​ກຳລັງ​ພະຍາຍາມ​ຢາກ​ເອົາ​ຕຳແໜ່ງ​ປະໂຣຫິດ​ອີກ


ແລ້ວ​ໄຟ​ຈາກ​ພຣະເຈົ້າຢາເວ​ກໍ​ໄດ້ລົງ​ມາ​ເຜົາຜານ 250 ຄົນ ຄື​ຜູ້​ທີ່​ໄດ້​ເຜົາ​ເຄື່ອງຫອມ​ມາ​ຖວາຍ​ນັ້ນ.


ແຜ່ນ​ນີ້​ເປັນ​ສິ່ງ​ເຕືອນ​ຊາວ​ອິດສະຣາເອນ​ວ່າ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່ແມ່ນ​ລູກຫລານ​ຂອງ​ອາໂຣນ​ມາ​ໃກ້​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ບໍ່​ດັ່ງນັ້ນ ເຂົາ​ຈະ​ຖືກ​ທຳລາຍ​ເໝືອນ​ດັ່ງ​ໂກຣາ ແລະ​ພັກພວກ​ຂອງຕົນ. ເອເລອາຊາ​ກໍໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ​ທຸກປະການ.


ໃຫ້​ພວກເຂົາ​ເຮັດ​ວຽກ​ເພື່ອ​ເຈົ້າ ແລະ​ຮັບຜິດຊອບ​ໜ້າທີ່​ໃນ​ຫໍເຕັນ, ແຕ່​ຢ່າ​ໃຫ້​ພວກເຂົາ​ເຂົ້າ​ໃກ້​ສິ່ງ​ໃດໆ​ໃນ​ບ່ອນ​ສັກສິດ​ຂອງເຮົາ​ຫລື​ໃກ້​ແທ່ນບູຊາ. ຖ້າ​ພວກເຂົາ​ຫາກ​ຂືນ​ເຮັດ​ທັງ​ເຂົາ ແລະ​ເຈົ້າ​ເອງ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


ສ່ວນ​ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງຕົນ​ນັ້ນ ໃຫ້​ຕັ້ງ​ຄ້າຍ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ທາງດ້ານ​ຕາເວັນອອກ, ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເຂົາ​ເປັນ​ຜູ້​ຮັບ​ໜ້າທີ່​ເຮັດ​ພິທີ​ຕ່າງໆ​ໃນ​ບ່ອນ​ສັກສິດ​ແທນ​ປະຊາຊົນ​ອິດສະຣາເອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຮັດ​ພິທີ​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ຖ້າ​ເປັນ​ການ​ຮັບໃຊ້ ກໍ​ໃຫ້​ຮັບໃຊ້ ຖ້າ​ເປັນ​ການ​ສັ່ງສອນ ກໍ​ຈົ່ງ​ສັ່ງສອນ


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈຶ່ງ​ບໍ່​ເປັນ​ຄົນ​ຕ່າງດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່ໄປ ແຕ່​ເປັນ​ພົນລະເມືອງ​ອັນ​ດຽວກັນ​ກັບ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພຣະເຈົ້າ.


ໃນ​ເຜົ່າ​ທັງໝົດ​ຂອງ​ພວກເຈົ້າ​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ເອົາ​ເຜົ່າເລວີ​ໃຫ້​ເປັນ​ປະໂຣຫິດ​ເພື່ອ​ຮັບໃຊ້​ພຣະອົງ​ຕະຫລອດໄປ.


ບັດນີ້ ຖ້າ​ພຣະອົງ​ຊົງ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍ​ຈະ​ບໍ່​ຊົງ​ເປັນ​ປະໂຣຫິດ ເພາະວ່າ​ມີ​ປະໂຣຫິດ​ທີ່​ຖວາຍ​ເຄື່ອງຂອງ​ຕ່າງໆ​ຕາມ​ກົດບັນຍັດ​ຢູ່​ແລ້ວ.


ສະນັ້ນ ມີກາ​ຈຶ່ງ​ມີ​ບ່ອນ​ຂາບໄຫວ້​ສ່ວນຕົວ. ລາວ​ຍັງ​ໄດ້​ເຮັດ​ຮູບເຄົາຣົບ​ບາງ​ຮູບ​ແລະ​ເອໂຟດ​ຜືນ​ໜຶ່ງ ແລ້ວ​ກໍ​ແຕ່ງຕັ້ງ​ໃຫ້​ຜູ້ໜຶ່ງ​ໃນ​ພວກ​ລູກຊາຍ​ຂອງຕົນ​ເປັນ​ປະໂຣຫິດ.


ພຣະເຈົ້າຢາເວ​ໄດ້​ຂ້າ​ຊາວ​ເມືອງ​ເບັດເຊເມດ​ເຈັດສິບ​ຄົນ ຍ້ອນ​ພວກເຂົາ​ຊ່ອງເບິ່ງ​ຫີບ​ຂອງ​ພຣະເຈົ້າຢາເວ. ປະຊາຊົນ​ໄດ້​ໄວ້ທຸກ​ໃຫ້ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ເກີດ​ການ​ເຂັ່ນຂ້າ​ເປັນ​ໝູ່​ຢ່າງໜັກ​ໃນ​ທ່າມກາງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka