Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 3:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ອາໂຣນ​ແລະ​ໂມເຊ ຄາວ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ຢູ່​ເທິງ​ພູເຂົາ​ຊີນາຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 3:1
11 Jak'a apnaqawi uñst'ayäwi  

ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ພວກ​ລູກຊາຍ​ໂນອາ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. ສາມ​ຄົນ​ນີ້​ຫລັງຈາກ​ນໍ້າ​ໄດ້​ຖ້ວມ​ແຜ່ນດິນ​ໂລກ ພວກເຂົາ​ກໍໄດ້​ລູກຊາຍ​ຫລາຍ​ຄົນ.


ປະຫວັດ​ຈັກກະວານ​ແລະ​ແຜ່ນດິນ​ໂລກ​ໄດ້​ຖືກ​ນິຣະມິດ​ສ້າງ​ຂຶ້ນ​ມາ​ກໍ​ເປັນ​ດັ່ງນີ້. ເມື່ອ​ພຣະເຈົ້າຢາເວ ​ພຣະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ​ແລະ​ຈັກກະວານ​ນັ້ນ;


ຕໍ່ໄປນີ້ ແມ່ນ​ລາຍຊື່​ປະຫວັດ​ເຊື້ອສາຍ​ຂອງ​ອາດາມ. (ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ ພຣະອົງ​ໄດ້​ສ້າງ​ເຂົາ​ໃຫ້​ມີ​ຮູບ​ລັກສະນະ​ຄື​ພຣະອົງ.


ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ. ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ. ເລວີ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບເຈັດ​ປີ.


ອຳຣາມ​ໄດ້​ໂຢເກເບັດ​ນ້ອງສາວ​ຂອງ​ພໍ່​ຕົນ​ມາ​ເປັນ​ເມຍ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ລາວ ດັ່ງນີ້: ອາໂຣນ ແລະ​ໂມເຊ. ອຳຣາມ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບ​ເຈັດ​ປີ.


ແມ່ນ​ສອງ​ຄົນ​ນີ້​ແຫຼະ ທີ່​ໄດ້​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ປ່ອຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ວ່າ,


ອັນ​ນີ້​ແມ່ນ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.


ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ປະຕິບັດ​ຕາມ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ກັບ​ໂມເຊ​ໄວ້​ທຸກປະການ. ແຕ່ລະຄົນ​ໃນ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ພາຍໃຕ້​ທຸງໄຊ​ຂອງຕົນ ແລະ​ຍົກ​ອອກ​ໄປ​ຕາມ​ຕະກຸນ​ຂອງຕົນ.


ຕໍ່​ໄປ​ນີ້ ແມ່ນ​ລາຍຊື່​ບັນພະບູລຸດ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ. 2-6(ກ) ແຕ່​ອັບຣາຮາມ​ເຖິງ​ກະສັດ​ດາວິດ​ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງ​ຂອງ​ຕົນ, ຕໍ່ມາ ແມ່ນ​ເປເຣັດ ແລະ ເຊຣາ (ແມ່​ຂອງ​ພວກ​ເຂົາ​ຊື່​ວ່າ​ຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ), ໂອເບັດ (ແມ່​ຂອງ​ລາວ​ຊື່​ວ່າ ຣຸດ), ເຢຊີ ແລະ ກະສັດ​ດາວິດ. 6(ຂ)-11 ແຕ່​ດາວິດ​ເຖິງ​ສະໄໝ​ທີ່​ປະຊາຊົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ນະຄອນ​ບາບີໂລນ ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ດາວິດ, ໂຊໂລໂມນ (ແມ່​ຂອງ​ລາວ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka