Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 29:8 - ພຣະຄຳພີສັກສິ

8 ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ດັ່ງນີ້: ງົວເຖິກ​ໂຕໜຶ່ງ​ແກະເຖິກ​ໂຕໜຶ່ງ, ກັບ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ; ຊຶ່ງ​ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ, ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 29:8
8 Jak'a apnaqawi uñst'ayäwi  

ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ຢ່າ​ເອົາ​ສັດ​ມີ​ຕຳໜິ​ມາ​ຖວາຍ ເພາະວ່າ​ຈະ​ບໍ່​ເປັນ​ທີ່​ຖືກ​ຍອມຮັບ​ໄດ້.


ຈົ່ງ​ເຜົາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ ດັ່ງນີ້: ງົວໜຸ່ມ​ສອງ​ໂຕ, ແກະເຖິກ​ໜຶ່ງ​ໂຕ ແລະ​ລູກ​ແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ໃນ​ມື້​ທີໜຶ່ງ ໃຫ້​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະອົງ ດັ່ງນີ້: ງົວເຖິກ​ໜຸ່ມ​ສິບສາມ​ໂຕ ແກະເຖິກ​ສອງ​ໂຕ ແລະ​ລູກແກະ​ເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ຈົ່ງ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ດັ່ງນີ້: ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ສັດ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ. ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ,


ແຕ່​ຖ້າ​ສັດ​ນັ້ນ​ບໍ່​ປົກກະຕິ​ຄື​ເປັນ​ງ່ອຍ ຫລື​ຕາບອດ ຫລື​ພິການ ຢ່າ​ນຳ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ເດັດຂາດ.


“ຢ່າ​ເອົາ​ງົວ​ຫລື​ແກະ​ທີ່​ມີ​ສຸຂະພາບ​ບໍ່​ດີ​ແລະ​ມີ​ຕຳໜິ ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ການ​ເຮັດ​ເຊັ່ນນີ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ຫລາຍ​ທີ່ສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka