Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 29:7 - ພຣະຄຳພີສັກສິ

7 ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ​ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະ​ມັດສະການ; ຢ່າ​ກິນ​ອາຫານ​ໃດໆ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 29:7
17 Jak'a apnaqawi uñst'ayäwi  

ຢູ່​ທີ່​ນັ້ນ​ໃກ້​ຫ້ວຍ​ອາຮາວາ ຂ້າພະເຈົ້າ​ໄດ້​ອອກ​ຄຳສັ່ງ​ໃຫ້​ທຸກຄົນ​ຖືສິນ​ອົດອາຫານ ແລະ​ຖ່ອມຕົວ​ລົງ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ຂໍ​ໃຫ້​ພຣະອົງ​ນຳພາ​ໃນ​ການ​ເດີນທາງ ແລະ​ໃຫ້​ປົກປັກ​ຮັກສາ​ພວກເຮົາ ພ້ອມທັງ​ລູກໆ​ຂອງ​ພວກເຮົາ​ແລະ​ເຄື່ອງຂອງ​ທັງໝົດ​ທີ່​ພວກເຮົາ​ມີ​ຢູ່.


ແຕ່​ເມື່ອ​ຄູ່​ຕໍ່ສູ້​ເຈັບໄຂ້​ໄດ້ປ່ວຍ ຂ້ານ້ອຍ​ກໍ​ໃສ່​ເຄື່ອງ​ໄວ້ທຸກ​ແລະ​ທຸກໃຈ​ດ້ວຍ ຂ້ານ້ອຍ​ຖ່ອມຕົວ​ດ້ວຍ​ການ​ອົດເຂົ້າ​ອົດອາຫານ ແລະ​ກໍ​ກົ້ມ​ຫົວ​ພາວັນນາ​ອະທິຖານ​ເພື່ອ ຢ່າງ​ບໍ່​ຢຸດຢັ້ງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


ແລະ​ເພື່ອ​ຖາມ​ບັນດາ​ປະໂຣຫິດ​ຕະຫລອດ​ທັງ​ຜູ້ທຳນວາຍ​ວ່າ: “ພວກ​ຂ້ານ້ອຍ​ທັງຫລາຍ​ຈະ​ຕ້ອງ​ສືບຕໍ່​ໄວ້ທຸກ​ແລະ​ຖືສິນ​ອົດອາຫານ ເພາະ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຖືກ​ທຳລາຍ​ໃນ​ເດືອນ​ທີ​ຫ້າ ຕາມ​ທີ່​ພວກ​ຂ້ານ້ອຍ​ເຄີຍ​ປະຕິບັດ​ມາ​ເປັນ​ເວລາ​ຫລາຍ​ປີ​ນັ້ນ​ບໍ?”


ຜູ້ໃດ​ໂສກເສົ້າ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ ການ​ຊົງ​ເລົ້າໂລມ


ບໍ່ແມ່ນ​ດອກ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.


ບໍ່ແມ່ນ​ດອກ ເຮົາ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ທັງໝົດ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.”


ພວກເຮົາ​ເສຍ​ເວລາ​ຫລາຍ​ຢູ່​ທີ່​ນັ້ນ ແລະ​ເດີນທາງ​ຕໍ່ໄປ​ອາດ​ເປັນ​ອັນຕະລາຍ​ກໍໄດ້ ເພາະ​ບັດນີ້ ເທດສະການ​ວັນ​ລຶບລ້າງ​ບາບ ກໍ​ຜ່ານ​ພົ້ນ​ໄປ​ແລ້ວ. ດັ່ງນັ້ນ ໂປໂລ​ຈຶ່ງ​ແນະນຳ​ພວກເຂົາ​ວ່າ,


ພວກເຮົາ​ຮູ້​ສິ່ງ​ນີ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ແລະ​ຊີວິດ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ບາບກຳ​ນັ້ນ ຈະ​ຖືກ​ທຳລາຍ​ເສຍ ແລະ​ພວກເຮົາ​ກໍ​ຈະ​ບໍ່ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ​ອີກ​ຕໍ່ໄປ.


ແຕ່​ເຮົາ​ທຸບຕີ​ຮ່າງກາຍ​ຂອງເຮົາ​ໃຫ້​ມັນ​ແຂງ​ຢູ່​ຄາ​ມື ເພາະ​ຢ້ານ​ວ່າ​ເມື່ອ​ເຮົາ​ໄດ້​ປະກາດ​ແກ່​ຄົນອື່ນ​ແລ້ວ ເຮົາ​ເອງ​ຈະ​ຖືກ​ຂ້າ​ຊື່​ອອກ​ຈາກ​ການ​ແຂ່ງຂັນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka