Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 29:6 - ພຣະຄຳພີສັກສິ

6 ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ຕື່ມ​ໃສ່​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳ​ສຳລັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳວັນ​ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ຖວາຍ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 29:6
14 Jak'a apnaqawi uñst'ayäwi  

ພວກເຂົາ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕາມ​ລະບຽບ​ທີ່​ມີ​ໄວ້; ແຕ່ລະ​ວັນ​ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້​ສຳລັບ​ມື້​ນັ້ນ;


ໄປ​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ໃຫ້​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້: ສຳລັບ​ການ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ. ເຄື່ອງ​ຖວາຍ​ເຜົາບູຊາ​ຕ້ອງ​ຖືກ​ປະ​ໄວ້​ທີ່​ແທ່ນ​ຕະຫລອດ​ຄືນ ແລະ​ໄຟ​ກໍ​ໃຫ້​ລຸກ​ຢູ່​ສະເໝີ.


ຖ້າ​ການ​ຜິດພາດ​ຢ່າງ​ນີ້​ຫາກ​ໄດ້​ເກີດຂຶ້ນ​ເພາະ​ຊຸມຊົນ​ຮູ້ເທົ່າ​ບໍ່​ເຖິງການ ໃຫ້​ພວກເຈົ້າ​ນຳ​ງົວເຖິກ​ໂຕໜຶ່ງ​ມາ​ຕາມ​ພິທີ​ຖວາຍບູຊາ ຄູ່​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ຢ່າງດີ ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາ​ຕ້ອງ​ຖວາຍ​ແບ້ເຖິກ​ຕື່ມ​ອີກ​ໂຕໜຶ່ງ​ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.


ຜູ້ໃດ​ກໍຕາມ​ທີ່​ເອົາ​ລູກແກະ​ຫລື​ແບ້​ມາ​ເຜົາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ຈະ​ຕ້ອງ​ນຳ​ມາ​ພ້ອມ​ກັບ​ສັດ​ແຕ່ລະໂຕ​ຄື: ແປ້ງເຂົ້າ​ຢ່າງດີ​ໜຶ່ງ​ກິໂລກຼາມ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ ຕາມ​ພິທີການ​ຖວາຍ​ພືດຜົນ​ເປັນເມັດ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ.


ຈົ່ງ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດັ່ງນີ້: ງົວເຖິກ​ສອງ​ໂຕ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.


ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.


ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ເຮັດ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.


ຖ້າ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຫາກ​ຢາກ​ຖື​ປັດສະຄາ​ຂອງ​ພຣະເຈົ້າຢາເວ ເຂົາ​ຕ້ອງ​ຖື​ຕາມ​ລະບຽບ​ການ​ແລະ​ກົດເກນ​ທຸກຢ່າງ. ຈົ່ງ​ໃຊ້​ກົດບັນຍັດ​ນີ້​ສຳລັບ​ທຸກໆ​ຄົນ ບໍ່​ວ່າ​ເປັນ​ຄົນ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ກໍຕາມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka