16 ໃຫ້ຖວາຍແບ້ເຖິກໂຕໜຶ່ງເໝືອນກັນເພື່ອເຮັດພິທີລຶບລ້າງບາບ. ໃຫ້ຖວາຍສິ່ງເຫຼົ່ານີ້ຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈຳວັນພ້ອມກັບພືດຜົນເປັນເມັດ ແລະເຫຼົ້າອະງຸ່ນ.
ຕໍ່ມາ ພວກເຂົາກໍຂ້າແບ້ ແລະເອົາເສື້ອລ່າມຂອງໂຢເຊັບຈຸ່ມໃສ່ເລືອດນັ້ນ
ໃນເວລາທີ່ຖວາຍລູກແກະໂຕທີ່ໜຶ່ງນັ້ນ ຈົ່ງຖວາຍຍອດແປ້ງປະມານໜຶ່ງກິໂລກຼາມ ປົນກັບນໍ້າມັນໝາກກອກເທດໜຶ່ງລິດ. ຈົ່ງຖວາຍເຫຼົ້າອະງຸ່ນໜຶ່ງລິດຄືກັນ.
ຕໍ່ມາ ເມື່ອລາວຮູ້ວ່າສິ່ງທີ່ຕົນໄດ້ເຮັດໄປນັ້ນເປັນບາບ ລາວຈະຕ້ອງນຳແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ.
ສ່ວນການເຜົາສັດຖວາຍບູຊາດ້ວຍໄຟນັ້ນໃຫ້ເຮັດທຸກໆວັນຊະບາໂຕ ຕື່ມໃສ່ເຄື່ອງຖວາຍບູຊາປະຈຳວັນພ້ອມກັບເຫຼົ້າອະງຸ່ນ.
ໃຫ້ຖວາຍແບ້ເຖິກໂຕໜຶ່ງເພື່ອລຶບລ້າງບາບ ຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈຳວັນພ້ອມກັບເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຢາເວ.
ອາຫານທີ່ຖວາຍແກ່ພຣະເຈົ້າຢາເວເປັນເຄື່ອງເຜົາບູຊາດ້ວຍໄຟປະຈຳວັນມີ: ລູກແກະເຖິກ ອາຍຸໜຶ່ງປີສອງໂຕ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
ແລະແປ້ງເຂົ້າໜຶ່ງກິໂລກຼາມຕໍ່ລູກແກະໂຕໜຶ່ງ ພ້ອມທັງຖວາຍເຫຼົ້າອະງຸ່ນຕາມທີ່ກຳນົດໄວ້.