15 ແລະແປ້ງເຂົ້າໜຶ່ງກິໂລກຼາມຕໍ່ລູກແກະໂຕໜຶ່ງ ພ້ອມທັງຖວາຍເຫຼົ້າອະງຸ່ນຕາມທີ່ກຳນົດໄວ້.
ໃຫ້ຖວາຍພືດຜົນເປັນເມັດ ເປັນແປ້ງເຂົ້າປົນກັບນໍ້າມັນໝາກກອກເທດຄື: ແປ້ງເຂົ້າສາມກິໂລກຼາມຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກຼາມຕໍ່ແກະເຖິກໂຕໜຶ່ງ,
ໃຫ້ຖວາຍແບ້ເຖິກໂຕໜຶ່ງເໝືອນກັນເພື່ອເຮັດພິທີລຶບລ້າງບາບ. ໃຫ້ຖວາຍສິ່ງເຫຼົ່ານີ້ຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈຳວັນພ້ອມກັບພືດຜົນເປັນເມັດ ແລະເຫຼົ້າອະງຸ່ນ.