Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 29:12 - ພຣະຄຳພີສັກສິ

12 ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ​ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ. ຈົ່ງ​ສະຫລອງ​ເທດສະການ​ນີ້ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ​ຕະຫລອດ​ເຈັດ​ວັນ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 29:12
16 Jak'a apnaqawi uñst'ayäwi  

ກະສັດ​ເຢໂຣໂບອາມ​ໄດ້​ກຳນົດ​ໃຫ້​ມີ​ພິທີ​ສະຫລອງ​ທາງ​ສາສະໜາ ໃນ​ວັນ​ທີ​ສິບຫ້າ​ເດືອນ​ແປດ ເໝືອນດັ່ງ​ວັນ​ສະຫລອງ​ທີ່​ອານາຈັກ​ຢູດາຍ. ເທິງ​ແທ່ນບູຊາ​ທີ່​ເບັດເອນ ເພິ່ນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ຮູບ​ງົວຄຳ​ທີ່​ເພິ່ນ​ຫລໍ່​ຂຶ້ນ​ນັ້ນ ແລະ​ເພິ່ນ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ບາງຄົນ​ໃຫ້​ຮັບໃຊ້​ຢູ່​ໃນ​ບ່ອນ​ຂາບໄຫວ້ ທີ່​ເພິ່ນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຄືກັນ.


ພວກເຂົາ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕາມ​ລະບຽບ​ທີ່​ມີ​ໄວ້; ແຕ່ລະ​ວັນ​ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້​ສຳລັບ​ມື້​ນັ້ນ;


ພວກເຂົາ​ຄົ້ນພົບ​ວ່າ ກົດບັນຍັດ​ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ​ນັ້ນ ສັ່ງ​ໃຫ້​ປະຊາຊົນ​ອິດສະຣາເອນ​ອາໄສ​ຢູ່​ໃນ​ຕູບ​ຊົ່ວຄາວ ເວລາ​ເທດສະການ​ປຸກຕູບຢູ່​ໃນ​ເດືອນ​ທີ​ເຈັດ.


ທຸກໆ​ວັນ ຕັ້ງແຕ່​ວັນ​ທຳອິດ​ຈົນຮອດ​ວັນ​ສຸດທ້າຍ​ຂອງ​ເທດສະການ ພວກເຂົາ​ໄດ້ອ່ານ​ຈາກ​ປື້ມ​ກົດບັນຍັດ​ຂອງ​ພຣະເຈົ້າ. ງານ​ສະຫລອງ​ມີ​ຢູ່​ເຈັດ​ວັນ ແລະ​ໃນ​ວັນ​ທີ​ແປດ​ແມ່ນ​ມີ​ການ​ຊຸມນຸມ​ເຮັດ​ພິທີ​ປິດ​ຕາມ​ກົດບັນຍັດ.


ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບກ່ຽວ ເມື່ອ​ພວກເຈົ້າ​ເລີ່ມ​ເກັບກ່ຽວ​ຜົນລະປູກ​ຜົນແຮກ​ທີ່​ເກີດ​ຈາກ​ແຮງງານ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ຫວ່ານ​ພືດ​ລົງ​ໃນ​ນາ. ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບ​ພືດຜົນ​ປາຍປີ ເມື່ອ​ເຈົ້າ​ເກັບ​ພືດຜົນ​ຈາກ​ທົ່ງນາ​ອັນ​ເປັນ​ຜົນງານ​ຂອງ​ເຈົ້າ.


ຈົ່ງ​ສະຫລອງ​ເທດສະການ​ແຫ່ງ​ການ​ເກັບກ່ຽວ ເມື່ອ​ເຈົ້າ​ເລີ່ມ​ກ່ຽວເຂົ້າ​ໃນ​ນາ​ຄັ້ງ​ທຳອິດ ແລະ​ສະຫລອງ​ເທດສະການ​ປຸກຕູບຢູ່ ເມື່ອ​ເຈົ້າ​ເກັບ​ຜົນລະປູກ​ຈາກ​ສວນ​ທຸກໆ​ປາຍ​ປີ.


ສຳລັບ​ເທດສະການ​ປຸກຕູບຢູ່ ຊຶ່ງ​ເລີ່ມ​ຕັ້ງແຕ່​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ; ເຈົ້າ​ຊາຍ​ກໍ​ຈະ​ຖວາຍ​ແຕ່ລະວັນ​ໃນ​ເຈັດ​ວັນ​ນັ້ນ​ຢ່າງ​ດຽວກັນ ຄື​ເຄື່ອງ​ຖວາຍບູຊາ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍບູຊາ​ພືດຜົນ​ເປັນເມັດ​ກັບ​ນໍ້າມັນ​ໝາກກອກເທດ.”


ໃນ​ວັນ​ທຳອິດ​ຂອງ​ເທດສະການ​ນີ້ ພວກເຈົ້າ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງສິ້ນ. ໃນວັນນີ້​ຈົ່ງ​ເປົ່າແກ​ໃຫ້​ດັງ​ສະໜັ່ນ.


ໃນ​ມື້​ທີໜຶ່ງ ໃຫ້​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະອົງ ດັ່ງນີ້: ງົວເຖິກ​ໜຸ່ມ​ສິບສາມ​ໂຕ ແກະເຖິກ​ສອງ​ໂຕ ແລະ​ລູກແກະ​ເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ໃນ​ມື້ທີແປດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳ​ວັນ​ໃດໆ​ທັງ​ສິ້ນ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka