11 ໃຫ້ຖວາຍແບ້ເຖິກອີກໂຕໜຶ່ງເພື່ອລຶບລ້າງບາບ ເພີ່ມຕື່ມໃສ່ແບ້ທີ່ຖືກເຜົາບູຊາເພື່ອຊຳລະລ້າງບາບຂອງປະຊາຊົນ ພ້ອມທັງເຄື່ອງບູຊາດ້ວຍໄຟປະຈຳວັນຄູ່ກັບພືດຜົນເປັນເມັດ ແລະເຫຼົ້າອະງຸ່ນ.
ພຣະເຈົ້າຢາເວກ່າວວ່າດັ່ງນີ້: “ການທີ່ທ່ານທົນທຸກຄືຄວາມປະສົງຂອງເຮົາ ຄວາມຕາຍຂອງທ່ານເປັນເຄື່ອງບູຊາ ເພື່ອນຳເອົາການຍົກໂທດມາໃຫ້. ທ່ານຈຶ່ງໄດ້ເຫັນເຊື້ອສາຍມີຊີວິດຍາວໄກ ເປົ້າໝາຍຂອງພຣະເຈົ້າຢາເວຈະສຳເລັດທາງທ່ານ.
ຫລັງຈາກລາວໄດ້ນຳງົວເຖິກໜຸ່ມໂຕໜຶ່ງມາ ເພື່ອຖວາຍລຶບລ້າງບາບ ແລະແກະເຖິກໜຸ່ມໂຕໜຶ່ງ ເພື່ອເຜົາບູຊາແລ້ວ; ລາວຈຶ່ງເຂົ້າໄປໃນບ່ອນສັກສິດໄດ້.”
ສ່ວນຊຸມຊົນອິດສະຣາເອນນັ້ນຈະຕ້ອງນຳແບ້ເຖິກສອງໂຕ ມາໃຫ້ອາໂຣນເພື່ອຖວາຍລຶບລ້າງບາບ ແລະແກະເຖິກໂຕໜຶ່ງເພື່ອເຜົາຖວາຍບູຊາ.
ອາໂຣນຈະຕ້ອງຖວາຍແບ້ໂຕທີ່ສະຫລາກຕົກຖືກນັ້ນ ແກ່ພຣະເຈົ້າຢາເວເພື່ອລຶບລ້າງບາບ.
ແລະແປ້ງເຂົ້າໜຶ່ງກິໂລກຼາມຕໍ່ລູກແກະໂຕໜຶ່ງ.
ໃຫ້ຖວາຍສິ່ງເຫຼົ່ານີ້ຕື່ມໃສ່ເຄື່ອງບູຊາດ້ວຍໄຟປະຈຳສຳລັບວັນທີໜຶ່ງຂອງເດືອນ ພ້ອມກັບພືດຜົນເປັນເມັດ ແລະເຄື່ອງບູຊາດ້ວຍໄຟປະຈຳວັນພ້ອມກັບພືດຜົນເປັນເມັດ ແລະຖວາຍເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງອາຫານທີ່ຖວາຍບູຊານັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
ພຣະອົງບໍ່ຕ້ອງຊົງນຳເຄື່ອງບູຊາມາທຸກໆວັນ ເໝືອນດັ່ງມະຫາປະໂຣຫິດຄົນອື່ນໆ ຜູ້ຊຶ່ງຕອນທຳອິດຖວາຍສຳລັບການບາບຂອງຕົນເອງ ແລ້ວຈຶ່ງຖວາຍສຳລັບຄວາມບາບຂອງພົນລະເມືອງ ສ່ວນພຣະອົງ ໄດ້ຊົງຖວາຍເຄື່ອງບູຊາພຽງເທື່ອດຽວເປັນການສິ້ນສຸດ ຄືເມື່ອພຣະອົງໄດ້ຊົງນຳພຣະອົງເອງມາຖວາຍ.