Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 29:1 - ພຣະຄຳພີສັກສິ

1 ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງສິ້ນ. ໃນວັນນີ້​ຈົ່ງ​ເປົ່າແກ​ໃຫ້​ດັງ​ສະໜັ່ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 29:1
21 Jak'a apnaqawi uñst'ayäwi  

ສະນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ແຫ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ມາ​ເຖິງ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ​ພ້ອມ​ທັງ​ເປົ່າແກ, ເປົ່າ​ເຂົາສັດ, ຕົບແສ່ງ ແລະ​ດີດພິນ.


ເຖິງແມ່ນ​ວ່າ​ປະຊາຊົນ​ຍັງ​ບໍ່ໄດ້​ເລີ່ມ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ໃໝ່​ກໍຕາມ ແຕ່​ພວກເຂົາ​ກໍໄດ້​ເລີ່ມຕົ້ນ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ໃນ​ມື້​ທຳອິດ​ຂອງ​ເດືອນ​ທີ​ເຈັດ.


ບັນດາ​ປະໂຣຫິດ​ຊາວ​ເລວີ, ຄົນເຝົ້າຍາມ​ພຣະວິຫານ, ນັກດົນຕຼີ ແລະ​ຄົນ​ທຳມະດາ​ຫລາຍ​ຄົນ ຄື​ປະຊາຊົນ​ອິດສະຣາເອນ​ທັງໝົດ ໄດ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ຕາມ​ບ້ານ ແລະ​ເມືອງ​ຕ່າງໆ​ຂອງ​ຢູດາຍ.


ດັ່ງນັ້ນ ເອຊະຣາ​ຈຶ່ງ​ນຳ​ເອົາ​ໜັງສື​ນັ້ນ​ອອກ​ມາ​ຍັງ​ບ່ອນ​ທີ່​ປະຊາຊົນ​ໄດ້​ເຕົ້າໂຮມ​ກັນ ຄື​ມີ​ຜູ້ຊາຍ, ແມ່ຍິງ ແລະ​ເດັກນ້ອຍ​ທີ່​ໃຫຍ່​ພໍ​ຈະ​ເຂົ້າໃຈ​ໄດ້.


ຈົ່ງ​ເປົ່າແກ​ເປັນ​ການ​ສະຫລອງ​ເທດສະການ ເມື່ອ​ຮອດ​ວັນ​ເດືອນ​ອອກ​ໃໝ່​ແລະ​ດວງຈັນ​ເຕັມ​ດວງ.


ຂ້າແດ່​ພຣະເຈົ້າຢາເວ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ນະມັດສະການ​ພຣະອົງ​ດ້ວຍ​ສຽງ​ເພງ ພວກເຂົາ​ດຳເນີນ​ຢູ່​ໃນ​ຄວາມ​ສະຫວ່າງ ແຫ່ງ​ພຣະເມດຕາ​ຂອງ​ພຣະອົງ.


ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບກ່ຽວ ເມື່ອ​ພວກເຈົ້າ​ເລີ່ມ​ເກັບກ່ຽວ​ຜົນລະປູກ​ຜົນແຮກ​ທີ່​ເກີດ​ຈາກ​ແຮງງານ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ຫວ່ານ​ພືດ​ລົງ​ໃນ​ນາ. ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບ​ພືດຜົນ​ປາຍປີ ເມື່ອ​ເຈົ້າ​ເກັບ​ພືດຜົນ​ຈາກ​ທົ່ງນາ​ອັນ​ເປັນ​ຜົນງານ​ຂອງ​ເຈົ້າ.


ຈົ່ງ​ສະຫລອງ​ເທດສະການ​ແຫ່ງ​ການ​ເກັບກ່ຽວ ເມື່ອ​ເຈົ້າ​ເລີ່ມ​ກ່ຽວເຂົ້າ​ໃນ​ນາ​ຄັ້ງ​ທຳອິດ ແລະ​ສະຫລອງ​ເທດສະການ​ປຸກຕູບຢູ່ ເມື່ອ​ເຈົ້າ​ເກັບ​ຜົນລະປູກ​ຈາກ​ສວນ​ທຸກໆ​ປາຍ​ປີ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ສຽງ​ແກ​ຈະ​ດັງ​ຂຶ້ນ ເພື່ອ​ເອີ້ນ​ເອົາ​ພວກ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຖືກ​ເນລະເທດ​ໄປ​ນັ້ນ ໃຫ້​ກັບຄືນ​ມາ​ຈາກ​ອັດຊີເຣຍ ແລະ​ປະເທດ​ເອຢິບ. ພວກເຂົາ​ຈະ​ມາ​ນະມັດສະການ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ທີ່​ເທິງ​ເນີນພູ​ສັກສິດ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ກັບ​ປະຊາຊົນ​ອິດສະຣາເອນ​ວ່າ ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ໃຫ້​ຖື​ເປັນ​ວັນ​ພິເສດ​ສຳລັບ​ພັກຜ່ອນ ແລະ​ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ ຈົ່ງ​ພາກັນ​ມາ​ເຕົ້າ​ໂຮມ​ເພື່ອ​ນະມັດສະການ.


ໃນ​ວັນ​ທຳອິດ​ຂອງ​ເທດສະການ​ນີ້ ພວກເຈົ້າ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.


ເມື່ອ​ພຣະເຈົ້າຢາເວ​ຈະ​ປາກົດ​ຢູ່​ເທິງ​ປະຊາຊົນ​ຂອງຕົນ ພຣະອົງ​ຈະ​ຍິງ​ລູກທະນູ​ດັ່ງ​ສາຍ​ຟ້າ​ແມບເຫລື້ອມ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປົ່າແກ​ປຸກ ພຣະອົງ​ຈະ​ຍົກທັບ​ມາ​ໃນ​ພະຍຸ​ຈາກ​ທິດໃຕ້.


ໃນ​ວັນ​ເລີ່ມ​ເທດສະການ​ຂອງ​ລະດູ​ເກັບກ່ຽວ ຄື​ເມື່ອ​ຖວາຍ​ພືດຜົນ​ເປັນເມັດ​ອັນ​ໃໝ່​ໃຫ້​ພຣະເຈົ້າຢາເວ​ນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ​ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ. ຈົ່ງ​ສະຫລອງ​ເທດສະການ​ນີ້ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ​ຕະຫລອດ​ເຈັດ​ວັນ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ຈົ່ງ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ດັ່ງນີ້: ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ສັດ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ. ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ໃນ​ມື້ທີແປດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳ​ວັນ​ໃດໆ​ທັງ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka