ຈົດບັນຊີ 28:9 - ພຣະຄຳພີສັກສິ9 ໃນວັນຊະບາໂຕ ໃຫ້ຖວາຍແກະເຖິກ ອາຍຸໜຶ່ງປີສອງໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ ແລະພືດຜົນເປັນເມັດເປັນແປ້ງເຂົ້າສອງກິໂລກຼາມ ປົນກັບນໍ້າມັນໝາກກອກເທດແລະເຫຼົ້າອະງຸ່ນ. Uka jalj uñjjattʼäta |
ຂ້າພະເຈົ້າຈະສ້າງວິຫານ ເພື່ອຖວາຍກຽດແກ່ພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ. ພຣະວິຫານນັ້ນຈະເປັນບ່ອນສັກສິດ ຊຶ່ງປະຊາຊົນຂອງຂ້າພະເຈົ້າ ແລະຂ້າພະເຈົ້າເອງ ຈະເຜົາເຄື່ອງຫອມນະມັດສະການພຣະອົງ ຄືບ່ອນທີ່ພວກຂ້າພະເຈົ້າຈະຖວາຍເຂົ້າຈີ່ສັກສິດຕະຫລອດໄປ ແລະທັງຈະເປັນບ່ອນເຜົາເຄື່ອງຖວາຍທຸກໆເຊົ້າ ແລະທຸກໆແລງຕະຫລອດທັງວັນຊະບາໂຕ, ວັນສະຫລອງເດືອນຂຶ້ນໃໝ່ ແລະວັນສັກສິດອື່ນໆ ເປັນການຍ້ອງຍໍຖວາຍກຽດແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ພຣະອົງໄດ້ສັ່ງໃຫ້ຊາດອິດສະຣາເອນປະຕິບັດເຊັ່ນນີ້ຕະຫລອດໄປ.