Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:7 - ພຣະຄຳພີສັກສິ

7 ສ່ວນ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ທີ່​ຖວາຍ​ພ້ອມ​ກັບ​ລູກແກະ​ໂຕ​ທີໜຶ່ງ​ນັ້ນ ໃຫ້​ຖອກ​ໃນ​ບ່ອນ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 28:7
17 Jak'a apnaqawi uñst'ayäwi  

ໃນ​ເວລາ​ທີ່​ຖວາຍ​ລູກແກະ​ໂຕ​ທີ່​ໜຶ່ງ​ນັ້ນ ຈົ່ງ​ຖວາຍ​ຍອດ​ແປ້ງ​ປະມານ​ໜຶ່ງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ. ຈົ່ງ​ຖວາຍ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ຄື​ກັນ.


ການ​ເຜົາ​ຖວາຍບູຊາ​ແກ່​ເຮົາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ຈົ່ງ​ໃຫ້​ປະຕິບັດ​ກັນ​ສືບໆໄປ. ແມ່ນ​ໃນ​ບ່ອນ​ນີ້ ທີ່​ເຮົາ​ຈະ​ພົບ​ກັບ​ພວກເຈົ້າ ແລະ​ກ່າວ​ແກ່​ພວກເຈົ້າ.


ຢ່າ​ໄດ້​ຖວາຍ​ສິ່ງ​ທີ່​ຕ້ອງ​ຫ້າມ​ເທິງ​ແທ່ນບູຊາ ບໍ່​ວ່າ​ເຄື່ອງຫອມ​ຊະນິດ​ໃດໆ, ສັດ, ພືດຜົນ​ເປັນເມັດ​ກໍຕາມ ແລະ​ຢ່າ​ຖອກ​ເຫຼົ້າ​ອະງຸ່ນ​ໃສ່​ແທ່ນ.


ພວກເຈົ້າ​ເອົາ​ຫີນ​ກ້ຽງ​ຈາກ​ທີ່​ນັ້ນ​ມາ​ເຮັດ​ເປັນ​ຮູບພະ​ເພື່ອ​ຂາບໄຫວ້​ບູຊາ. ພວກເຈົ້າ​ໄດ້​ຖອກ​ເຫຼົ້າ​ອະງຸ່ນ​ແລະ​ນຳ​ພືດຜົນ​ເປັນເມັດ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ຮູບພະ​ເຫຼົ່ານີ້. ພວກເຈົ້າ​ຄິດວ່າ​ເຮົາ​ພໍໃຈ​ນຳ​ສິ່ງ​ທັງໝົດ​ເຫຼົ່ານີ້​ຊັ້ນບໍ?


ພວກເຈົ້າ​ປະໂຣຫິດ ຈົ່ງ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ແລະ​ຮ້ອງໄຫ້​ສາ​ເຖີດ ຜູ້ຮັບໃຊ້​ທີ່​ແທ່ນບູຊາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ, ພວກເຈົ້າ​ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ເຮົາ​ທີ່​ວິຫານ ຈົ່ງ​ມາ​ນອນ​ໃນ​ຜ້າ​ກະສອບ​ເຂົ້າ​ທັງຄືນ, ເພາະ​ບໍ່ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.


ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ບໍ່ມີ​ເຂົ້າ​ເຫຼົ້າ​ອະງຸ່ນ​ຖວາຍ​ເລີຍ ປະໂຣຫິດ​ໄວ້ທຸກ ບໍ່ມີ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ອາດ​ປ່ຽນໃຈ ແລະ​ອວຍພອນ​ໃຫ້​ມີ​ພືດຜົນ​ຢ່າງ​ສົມບູນ​ກໍໄດ້. ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຖວາຍບູຊາ​ແກ່​ພຣະອົງ ຄື​ຖວາຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ​ດ້ວຍ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ພວກ​ປະໂຣຫິດ​ທີ່​ເຮັດ​ພິທີ​ຈະ​ເຜົາ​ຕ່ອນ​ຊີ້ນ​ງົວ​ທັງໝົດ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ພ້ອມ​ດຽວກັນ​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ຖວາຍ ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ຈຳນວນ​ສອງ​ກິໂລກຼາມ​ເປັນ​ການ​ຖວາຍ​ອາຫານ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ພວກເຈົ້າ​ຈະ​ຕ້ອງ​ຖວາຍ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ເຊັ່ນດຽວ​ກັນ.


ພ້ອມ​ທັງ​ເຫຼົ້າ​ອະງຸ່ນ​ສອງ​ລິດ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ລິດເຄິ່ງ. ກິ່ນ​ຫອມຫວນ​ຂອງ​ເຄື່ອງບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ການ​ຖວາຍ​ເຫຼົ້າ​ອະງຸ່ນ​ນັ້ນ ໃຫ້​ເຮັດ​ດັ່ງນີ້: ເຫຼົ້າ​ອະງຸ່ນ​ສາມ​ລິດ​ຕໍ່​ງົວເຖິກ​ໂຕໜຶ່ງ; ເຫຼົ້າ​ອະງຸ່ນ​ສອງ​ລິດ​ຕໍ່​ແກະເຖິກ​ໂຕໜຶ່ງ ແລະ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ ຕໍ່​ລູກແກະເຖິກ​ໜຶ່ງ​ໂຕ. ອັນ​ນີ້​ແມ່ນ​ລະບຽບ​ສຳລັບ​ການ​ເຜົາ​ຖວາຍບູຊາ​ຂອງ​ວັນ​ທຳອິດ​ໃນ​ແຕ່ລະ​ຕົ້ນ​ເດືອນ​ຕະຫລອດ​ປີ.


ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ແລະ​ເຫຼົ້າ​ອະງຸ່ນ​ເພີ່ມ​ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳ ພ້ອມ​ທັງ​ຖວາຍ​ພືດຜົນ​ເປັນເມັດ ສັດ​ທີ່​ນຳ​ມາ​ຖວາຍ​ນັ້ນ ຕ້ອງ​ມີ​ສຸຂະພາບ​ດີ ບໍ່ມີ​ຕຳໜິ.


ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ປະຈຳ​ວັນ ທີ່​ຕ້ອງ​ເຜົາ​ໃຫ້​ໝົດ​ຕາມ​ພິທີ​ຖວາຍ​ບູຊາ​ອາຫານ​ເທື່ອ​ທຳອິດ​ທີ່​ພູເຂົາ​ຊີນາຍ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ລູກແກະ​ໂຕ​ທີສອງ​ທີ່​ຈະ​ຖວາຍ​ໃນ​ຕອນແລງ ໃຫ້​ຖວາຍ​ຢ່າງ​ດຽວກັນ​ກັບ​ການ​ຖວາຍ​ໃນ​ຕອນເຊົ້າ ແລະ​ໃຫ້​ຖວາຍ​ເຫຼົ້າ​ອະງຸ່ນ​ພ້ອມ. ອັນ​ນີ້​ກໍ​ແມ່ນ​ການ​ຖວາຍ​ອາຫານ​ຄືກັນ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ເຖິງແມ່ນ​ຕົວ​ເຮົາ​ຈະ​ເສຍ​ສະຫລະ​ຊີວິດ​ເປັນ​ດັ່ງ​ເຄື່ອງ​ດື່ມ​ໃຫ້​ຄົບ​ເຄື່ອງ​ບູຊາ ທີ່​ພວກເຈົ້າ​ຖວາຍ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຮົາ​ຍັງ​ມີ​ຄວາມ​ຍິນດີ ແລະ​ຊົມຊື່ນ​ຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka