Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:6 - ພຣະຄຳພີສັກສິ

6 ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ປະຈຳ​ວັນ ທີ່​ຕ້ອງ​ເຜົາ​ໃຫ້​ໝົດ​ຕາມ​ພິທີ​ຖວາຍ​ບູຊາ​ອາຫານ​ເທື່ອ​ທຳອິດ​ທີ່​ພູເຂົາ​ຊີນາຍ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 28:6
15 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ຈະ​ສ້າງ​ວິຫານ ເພື່ອ​ຖວາຍ​ກຽດ​ແກ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ພຣະວິຫານ​ນັ້ນ​ຈະ​ເປັນ​ບ່ອນ​ສັກສິດ ຊຶ່ງ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ເອງ ຈະ​ເຜົາ​ເຄື່ອງຫອມ​ນະມັດສະການ​ພຣະອົງ ຄື​ບ່ອນ​ທີ່​ພວກ​ຂ້າພະເຈົ້າ​ຈະ​ຖວາຍ​ເຂົ້າຈີ່​ສັກສິດ​ຕະຫລອດໄປ ແລະ​ທັງ​ຈະ​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍ​ທຸກໆເຊົ້າ ແລະ​ທຸກໆແລງ​ຕະຫລອດ​ທັງ​ວັນ​ຊະບາໂຕ, ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ວັນ​ສັກສິດ​ອື່ນໆ ເປັນ​ການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພຣະອົງ​ໄດ້​ສັ່ງ​ໃຫ້​ຊາດ​ອິດສະຣາເອນ​ປະຕິບັດ​ເຊັ່ນນີ້​ຕະຫລອດໄປ.


ເພິ່ນ​ໄດ້​ຈັດຫາ​ສັດ​ຈາກ​ຝູງແກະ​ແລະ​ຝູງງົວ​ຂອງ​ເພິ່ນ​ເອງ​ມາ ເພື່ອ​ເຜົາ​ຖວາຍບູຊາ​ທຸກໆເຊົ້າ​ແລະ​ທຸກໆແລງ ສຳລັບ​ຖວາຍ​ໃນ​ວັນ​ຊະບາໂຕ, ໃນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ໃນ​ເທດສະການ​ອື່ນໆ​ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້.


ພວກເຂົາ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕາມ​ລະບຽບ​ທີ່​ມີ​ໄວ້; ແຕ່ລະ​ວັນ​ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້​ສຳລັບ​ມື້​ນັ້ນ;


ເຮົາ​ບໍ່ໄດ້​ຕິຕຽນ​ພວກເຈົ້າ​ຍ້ອນ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ ຫຼື​ເຄື່ອງ​ເຜົາບູຊາ​ທີ່​ນຳ​ມາ​ໃຫ້​ເຮົາ​ເລື້ອຍໆ​ນັ້ນ.


ໂມເຊ​ໄດ້​ຍ່າງ​ຂຶ້ນ​ໄປ​ເທິງ​ພູເຂົາ ແລະ​ເຂົ້າ​ໄປ​ໃນ​ເມກ​ນັ້ນ. ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ ແລະ​ສີ່ສິບ​ຄືນ.


ເມື່ອ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ຈົບ​ແລ້ວ ພຣະອົງ​ໄດ້​ເອົາ​ຫີນ​ສອງ​ແຜ່ນ ຊຶ່ງ​ໄດ້​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຊຶ່ງ​ຂຽນ​ໂດຍ​ພຣະຫັດ(ມື)​ຂອງ​ພຣະເຈົ້າ​ເອງ​ນັ້ນ ຍື່ນໃຫ້​ໂມເຊ.


ເຊັ່ນດຽວ​ກັນ​ໃຫ້​ຖວາຍ​ແປ້ງເຂົ້າ​ສາມ​ກິໂລກຼາມ ພ້ອມ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ​ປົນ​ໃສ່​ກັບ​ແປ້ງ. ກົດ​ສຳລັບ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ​ດັ່ງນີ້ ໃຫ້​ປະຕິບັດ​ກັນ​ຢ່າງ​ເຂັ້ມງວດ​ສືບໆໄປ.


ສ່ວນ​ລູກແກະ, ແປ້ງເຂົ້າ ແລະ​ນໍ້າມັນ​ໝາກກອກເທດ​ນີ້ ຕ້ອງ​ນຳ​ມາ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ທຸກໆເຊົ້າ​ຕະຫລອດໄປ.”


ອັນ​ນີ້​ແມ່ນ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.


ໄປ​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ໃຫ້​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້: ສຳລັບ​ການ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ. ເຄື່ອງ​ຖວາຍ​ເຜົາບູຊາ​ຕ້ອງ​ຖືກ​ປະ​ໄວ້​ທີ່​ແທ່ນ​ຕະຫລອດ​ຄືນ ແລະ​ໄຟ​ກໍ​ໃຫ້​ລຸກ​ຢູ່​ສະເໝີ.


ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ບໍ່ໄດ້​ຂໍ​ພວກເຈົ້າ​ຖວາຍ​ເຄື່ອງ​ບູຊາ​ແກ່​ເຮົາ ຕະຫລອດ​ສີ່ສິບ​ປີ​ທີ່​ເຮົາ​ນຳພາ​ພວກເຈົ້າ ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.


ແຕ່ລະ​ໂຕ​ໃຫ້​ຖວາຍ​ກັບ​ພືດຜົນ​ເປັນເມັດ ເປັນ​ແປ້ງເຂົ້າ​ສາມ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ເຄິ່ງລິດ.


ສ່ວນ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ທີ່​ຖວາຍ​ພ້ອມ​ກັບ​ລູກແກະ​ໂຕ​ທີໜຶ່ງ​ນັ້ນ ໃຫ້​ຖອກ​ໃນ​ບ່ອນ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເຖິງແມ່ນ​ຕົວ​ເຮົາ​ຈະ​ເສຍ​ສະຫລະ​ຊີວິດ​ເປັນ​ດັ່ງ​ເຄື່ອງ​ດື່ມ​ໃຫ້​ຄົບ​ເຄື່ອງ​ບູຊາ ທີ່​ພວກເຈົ້າ​ຖວາຍ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຮົາ​ຍັງ​ມີ​ຄວາມ​ຍິນດີ ແລະ​ຊົມຊື່ນ​ຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka