3 ອາຫານທີ່ຖວາຍແກ່ພຣະເຈົ້າຢາເວເປັນເຄື່ອງເຜົາບູຊາດ້ວຍໄຟປະຈຳວັນມີ: ລູກແກະເຖິກ ອາຍຸໜຶ່ງປີສອງໂຕ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
ທຸກເຊົ້າແລະທຸກແລງ ພວກເພິ່ນໄດ້ເຜົາສັດທັງໂຕຖວາຍແກ່ພຣະເຈົ້າຢາເວເທິງແທ່ນບູຊາ ໂດຍປະຕິບັດຕາມທີ່ໄດ້ມີຂຽນໄວ້ໃນກົດບັນຍັດ ຂອງພຣະເຈົ້າຢາເວທີ່ພຣະອົງໄດ້ໃຫ້ແກ່ຊາດອິດສະຣາເອນ.
ເພິ່ນໄດ້ເຜົາເຄື່ອງບູຊາຖວາຍຕາມກົດບັນຍັດຂອງໂມເຊທີ່ໄດ້ກຳນົດໄວ້ ດັ່ງນີ້: ວັນຊະບາໂຕ, ວັນເດືອນອອກໃໝ່, ເທດສະການສາມປາງປະຈຳປີຄື: ວັນກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ວັນສະຫລອງການເກັບກ່ຽວ ແລະເທດສະການປຸກຕຸບຢູ່.
ນອກຈາກນີ້ແລ້ວ ພວກເຂົາກໍຍັງໄດ້ຖວາຍເຄື່ອງບູຊາເປັນປະຈຳດັ່ງນີ້: ການບູຊາເຜົາທັງໝົດ ແລະຖວາຍເຄື່ອງບູຊາໃນມື້ເດືອນອອກໃໝ່ ແລະຕາມລະບຽບຂອງເທດສະການທຸກຄັ້ງທີ່ພຣະເຈົ້າຢາເວໄດ້ກຳນົດໄວ້ໃຫ້ນະມັດສະການ ຕະຫລອດທັງເຄື່ອງບູຊາທັງໝົດທີ່ຖວາຍແກ່ພຣະເຈົ້າຢາເວ ຕາມໃຈສະໝັກຂອງໃຜລາວ.
ທະຫານບາງຄົນຂອງລາວຈະເຮັດໃຫ້ພຣະວິຫານເສຍຄວາມສັກສິດ. ພວກເຂົາຈະໃຫ້ເລີກການເຜົາບູຊາປະຈຳວັນ ແລະຕັ້ງສິ່ງແປກປະຫລາດອັນໜ້າຢ້ານຂຶ້ນ.
ຕັ້ງແຕ່ການຖວາຍເຄື່ອງເຜົາບູຊາປະຈຳວັນຖືກຍົກເລີກໄປ ໝາຍຄວາມວ່າ ແຕ່ເວລາຕັ້ງສິ່ງແປກປະຫລາດອັນໜ້າຢ້ານຂຶ້ນ ໜຶ່ງພັນສອງຮ້ອຍເກົ້າສິບວັນ ຈະຜ່ານພົ້ນໄປ.
ມັນໂຈມຕີແມ່ນແຕ່ກອງທັບແຫ່ງຟ້າສະຫວັນ ໂດຍຫ້າມປາມບໍ່ໃຫ້ຜູ້ໃດນຳເຄື່ອງເຜົາບູຊາປະຈຳວັນມາຖວາຍແກ່ກອງທັບ ແລະທັງທຳລາຍມ້າງເພພຣະວິຫານຂອງພຣະອົງດ້ວຍ.
ແລ້ວຂ້າພະເຈົ້າກໍໄດ້ຍິນເທວະດາສອງຕົນຖາມກັນວ່າ, “ສິ່ງທີ່ເກີດຂຶ້ນໃນນິມິດນີ້ຈະສືບຕໍ່ໄປອີກດົນນານປານໃດ? ການບາບອັນຊົ່ວຮ້າຍແທນການເຜົາເຄື່ອງບູຊາປະຈຳວັນ ຈະມີຢູ່ດົນປານໃດ? ກອງທັບແຫ່ງສະຫວັນແລະພຣະວິຫານ ຈະຖືກຢຽບຢໍ່າທຳລາຍຢູ່ດົນນານປານໃດ?”
ພວກປະໂຣຫິດຈະຕ້ອງເຜົາສ່ວນເຫຼົ່ານີ້ທັງໝົດ ເທິງແທ່ນບູຊາແລະເຄື່ອງຖວາຍອື່ນໆ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ສຳລັບການເຜົາຖວາຍບູຊາດ້ວຍໄຟ. ເຄື່ອງຖວາຍເຜົາບູຊາຕ້ອງຖືກປະໄວ້ທີ່ແທ່ນຕະຫລອດຄືນ ແລະໄຟກໍໃຫ້ລຸກຢູ່ສະເໝີ.
“ຊາວອິດສະຣາເອນເອີຍ ຈົ່ງໄປໃນສະຖານທີ່ສັກສິດທີ່ເມືອງເບັດເອນ ແລະເຮັດບາບໃຫ້ຫລາຍຂຶ້ນໃນທີ່ນັ້ນສາ ຈົ່ງໄປເຮັດບາບດ້ວຍສຸດກຳລັງທີ່ເມືອງກິນການເຖີດ ຈົ່ງໄປສາແລະນຳສັດໄປຖວາຍເຊົ້າແລ້ວເຊົ້າອີກ ແລະໃນທຸກສາມວັນໃດ ໃຫ້ນຳໜຶ່ງສ່ວນສິບໄປຖວາຍດ້ວຍ.
ສ່ວນການເຜົາສັດຖວາຍບູຊາດ້ວຍໄຟນັ້ນໃຫ້ເຮັດທຸກໆວັນຊະບາໂຕ ຕື່ມໃສ່ເຄື່ອງຖວາຍບູຊາປະຈຳວັນພ້ອມກັບເຫຼົ້າອະງຸ່ນ.
ໃຫ້ຖວາຍແບ້ເຖິກໂຕໜຶ່ງເພື່ອລຶບລ້າງບາບ ຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈຳວັນພ້ອມກັບເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຢາເວ.
ໃຫ້ຖວາຍສິ່ງເຫຼົ່ານີ້ ເພີ່ມຕື່ມໃສ່ການເຜົາຖວາຍບູຊາປະຈຳວັນໃນຕອນເຊົ້າ.
ໃນທຳນອງດຽວກັນ ຈົ່ງຖວາຍບູຊາດ້ວຍໄຟຕະຫລອດເຈັດວັນ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. ຈົ່ງຖວາຍສິ່ງເຫຼົ່ານີ້ ຕື່ມໃສ່ເຄື່ອງເຜົາຖວາຍປະຈຳວັນພ້ອມກັບເຫຼົ້າອະງຸ່ນ.
ໃຫ້ຖວາຍສິ່ງເຫຼົ່ານີ້ແລະເຫຼົ້າອະງຸ່ນເພີ່ມຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈຳ ພ້ອມທັງຖວາຍພືດຜົນເປັນເມັດ ສັດທີ່ນຳມາຖວາຍນັ້ນ ຕ້ອງມີສຸຂະພາບດີ ບໍ່ມີຕຳໜິ.
ໃຫ້ຖວາຍໂຕທີໜຶ່ງໃນຕອນເຊົ້າ ແລະໂຕທີສອງໃນຕອນແລງ
ໃຫ້ຖວາຍແບ້ເຖິກອີກໂຕໜຶ່ງເພື່ອລຶບລ້າງບາບ ເພີ່ມຕື່ມໃສ່ແບ້ທີ່ຖືກເຜົາບູຊາເພື່ອຊຳລະລ້າງບາບຂອງປະຊາຊົນ ພ້ອມທັງເຄື່ອງບູຊາດ້ວຍໄຟປະຈຳວັນຄູ່ກັບພືດຜົນເປັນເມັດ ແລະເຫຼົ້າອະງຸ່ນ.
ໃຫ້ຖວາຍແບ້ເຖິກໂຕໜຶ່ງເໝືອນກັນເພື່ອເຮັດພິທີລຶບລ້າງບາບ. ໃຫ້ຖວາຍສິ່ງເຫຼົ່ານີ້ຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈຳວັນພ້ອມກັບພືດຜົນເປັນເມັດ ແລະເຫຼົ້າອະງຸ່ນ.
ໃຫ້ຖວາຍສິ່ງເຫຼົ່ານີ້ຕື່ມໃສ່ເຄື່ອງບູຊາດ້ວຍໄຟປະຈຳສຳລັບວັນທີໜຶ່ງຂອງເດືອນ ພ້ອມກັບພືດຜົນເປັນເມັດ ແລະເຄື່ອງບູຊາດ້ວຍໄຟປະຈຳວັນພ້ອມກັບພືດຜົນເປັນເມັດ ແລະຖວາຍເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງອາຫານທີ່ຖວາຍບູຊານັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
ວັນຕໍ່ມາ ໂຢຮັນໄດ້ເຫັນພຣະເຢຊູເຈົ້າກຳລັງຍ່າງມາຫາຕົນ ຈຶ່ງກ່າວຂຶ້ນວ່າ, “ເບິ່ງແມ! ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາບາບກຳຂອງມະນຸດສະໂລກໄປເສຍ
ເມື່ອຈັດຕັ້ງສິ່ງຕ່າງໆໄວ້ຢ່າງນັ້ນແລ້ວ ບັນດາປະໂຣຫິດກໍເຂົ້າໄປໃນຫໍເຕັນສັກສິດຊັ້ນນອກທຸກໆວັນ ເພື່ອປະກອບພິທີ.
ບັນດາຄົນທັງໝົດທີ່ຢູ່ໃນໂລກຈະບູຊາສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ຊົງສ້າງໂລກ ຄືທະບຽນພຣະເມສານ້ອຍທີ່ຊົງຖືກຂ້າເສຍນັ້ນ.