Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:26 - ພຣະຄຳພີສັກສິ

26 ໃນ​ວັນ​ເລີ່ມ​ເທດສະການ​ຂອງ​ລະດູ​ເກັບກ່ຽວ ຄື​ເມື່ອ​ຖວາຍ​ພືດຜົນ​ເປັນເມັດ​ອັນ​ໃໝ່​ໃຫ້​ພຣະເຈົ້າຢາເວ​ນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 28:26
13 Jak'a apnaqawi uñst'ayäwi  

ໃນ​ມື້​ທີ​ໜຶ່ງ ແລະ​ໃນ​ມື້​ທີ​ເຈັດ ພວກເຈົ້າ​ຕ້ອງ​ມາ​ເຕົ້າໂຮມ​ກັນ​ນະມັດສະການ​ເຮົາ. ຢ່າ​ເຮັດ​ວຽກ​ໃດໆ​ໃນ​ສອງ​ມື້​ນັ້ນ ແຕ່​ໃຫ້​ພວກເຈົ້າ​ຕຽມ​ອາຫານ​ກິນ​ໄດ້.


ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບກ່ຽວ ເມື່ອ​ພວກເຈົ້າ​ເລີ່ມ​ເກັບກ່ຽວ​ຜົນລະປູກ​ຜົນແຮກ​ທີ່​ເກີດ​ຈາກ​ແຮງງານ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ຫວ່ານ​ພືດ​ລົງ​ໃນ​ນາ. ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບ​ພືດຜົນ​ປາຍປີ ເມື່ອ​ເຈົ້າ​ເກັບ​ພືດຜົນ​ຈາກ​ທົ່ງນາ​ອັນ​ເປັນ​ຜົນງານ​ຂອງ​ເຈົ້າ.


ຈົ່ງ​ສະຫລອງ​ເທດສະການ​ແຫ່ງ​ການ​ເກັບກ່ຽວ ເມື່ອ​ເຈົ້າ​ເລີ່ມ​ກ່ຽວເຂົ້າ​ໃນ​ນາ​ຄັ້ງ​ທຳອິດ ແລະ​ສະຫລອງ​ເທດສະການ​ປຸກຕູບຢູ່ ເມື່ອ​ເຈົ້າ​ເກັບ​ຜົນລະປູກ​ຈາກ​ສວນ​ທຸກໆ​ປາຍ​ປີ.


ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ເປັນ​ເວລາ​ເຈັດ​ວັນ. ໃນ​ວັນ​ທີ​ເຈັດ ພວກເຈົ້າ​ຈະ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ອີກ​ເພື່ອ​ນະມັດສະການ ແຕ່​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ​ໃນວັນນີ້.”


ໃນ​ວັນ​ເລີ່ມຕົ້ນ​ຂອງ​ເທດສະການ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ຈົ່ງ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດັ່ງນີ້: ງົວເຖິກ​ສອງ​ໂຕ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງສິ້ນ. ໃນວັນນີ້​ຈົ່ງ​ເປົ່າແກ​ໃຫ້​ດັງ​ສະໜັ່ນ.


ແຕ່​ທີ່​ຈິງ ພຣະຄຣິດ​ໄດ້​ຊົງ​ຖືກ​ບັນດານ​ໃຫ້​ຄືນພຣະຊົນ​ແລ້ວ ແລະ​ຊົງ​ເປັນ​ຜົນແລກ​ໃນ​ພວກ​ຄົນ​ທີ່​ລ່ວງລັບ​ໄປ​ແລ້ວ​ນັ້ນ.


ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka