24 ໃນທຳນອງດຽວກັນ ຈົ່ງຖວາຍບູຊາດ້ວຍໄຟຕະຫລອດເຈັດວັນ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. ຈົ່ງຖວາຍສິ່ງເຫຼົ່ານີ້ ຕື່ມໃສ່ເຄື່ອງເຜົາຖວາຍປະຈຳວັນພ້ອມກັບເຫຼົ້າອະງຸ່ນ.
ໃນເວລາທີ່ຖວາຍລູກແກະໂຕທີ່ໜຶ່ງນັ້ນ ຈົ່ງຖວາຍຍອດແປ້ງປະມານໜຶ່ງກິໂລກຼາມ ປົນກັບນໍ້າມັນໝາກກອກເທດໜຶ່ງລິດ. ຈົ່ງຖວາຍເຫຼົ້າອະງຸ່ນໜຶ່ງລິດຄືກັນ.
ແຕ່ລະວັນໃນເຈັດວັນຂອງເທດສະການນັ້ນ ລາວຈະຕ້ອງຖວາຍບູຊາງົວເຖິກເຈັດໂຕ ກັບແກະເຖິກເຈັດໂຕ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ໂດຍໃຫ້ເຜົາທັງໝົດຖວາຍແກ່ພຣະເຈົ້າຢາເວ, ແຕ່ລະວັນລາວຈະຕ້ອງຖວາຍແບ້ເຖິກໂຕໜຶ່ງ ເປັນເຄື່ອງບູຊາລຶບລ້າງບາບ.
ປະໂຣຫິດຜູ້ເຮັດພິທີຈະເຜົາສ່ວນເຫຼົ່ານີ້ທັງໝົດນັ້ນເທິງແທ່ນບູຊາ ເພື່ອເປັນການຖວາຍອາຫານດ້ວຍໄຟແກ່ພຣະເຈົ້າຢາເວ.
ອາຫານທີ່ຖວາຍແກ່ພຣະເຈົ້າຢາເວເປັນເຄື່ອງເຜົາບູຊາດ້ວຍໄຟປະຈຳວັນມີ: ລູກແກະເຖິກ ອາຍຸໜຶ່ງປີສອງໂຕ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
ຝ່າຍປະໂຣຫິດທຸກຄົນ ກໍປະຕິບັດໜ້າທີ່ຂອງຕົນທຸກວັນ ແລະນຳເຄື່ອງບູຊາແບບດຽວກັນມາຖວາຍເລື້ອຍໆ ແຕ່ເຄື່ອງບູຊາເຫຼົ່ານັ້ນ ບໍ່ສາມາດຊຳລະບາບກຳໃຫ້ໝົດສິ້ນໄປໄດ້ຈັກເທື່ອ.