20 ສຳລັບສັດແຕ່ລະໂຕນັ້ນໃຫ້ຖວາຍແປ້ງເຂົ້າປົນກັບນໍ້າມັນໝາກກອກເທດຄື: ແປ້ງເຂົ້າສາມກິໂລກຼາມຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກຼາມຕໍ່ແກະເຖິກໂຕໜຶ່ງ;
ໃນວັນທີແປດ ລາວຈະຕ້ອງນຳສິ່ງຂອງເຫຼົ່ານີ້ມາຄື: ແກະເຖິກສອງໂຕ ແລະລູກແກະແມ່ອາຍຸໜຶ່ງປີໂຕໜຶ່ງທີ່ມີສຸຂະພາບດີແລະບໍ່ມີຕຳໜິ, ແປ້ງປົນນໍ້າມັນໝາກກອກເທດສອງກິໂລກຼາມ ແລະນໍ້າມັນໝາກກອກເທດເຄິ່ງລິດ.
ຈົ່ງເຜົາຖວາຍບູຊາແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານ ດັ່ງນີ້: ງົວໜຸ່ມສອງໂຕ, ແກະເຖິກໜຶ່ງໂຕ ແລະລູກແກະເຖິກອາຍຸໜຶ່ງປີເຈັດໂຕ. ທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
ແປ້ງເຂົ້າໜຶ່ງກິໂລກຼາມຕໍ່ລູກແກະໂຕໜຶ່ງ.