Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:2 - ພຣະຄຳພີສັກສິ

2 ໃຫ້​ແນະນຳ​ຊາວ​ອິດສະຣາເອນ​ຖວາຍ​ອາຫານ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ ທີ່​ຈຳເປັນ​ແລະ​ພໍໃຈ​ພຣະອົງ ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ດັ່ງນີ້:

Uka jalj uñjjattʼäta Copia luraña




ຈົດບັນຊີ 28:2
32 Jak'a apnaqawi uñst'ayäwi  

ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ແລະ​ເມື່ອໃດ​ທີ່​ມີ​ການ​ເຜົາບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ​ໃນ​ວັນ​ຊະບາໂຕ, ວັນ​ຂຶ້ນ​ເດືອນ​ໃໝ່ ແລະ​ວັນ​ອື່ນໆ​ອີກ. ກົດ​ຕ່າງໆ​ນີ້​ໄດ້​ເຮັດ​ໄວ້​ຢ່າງ​ສະເພາະ​ເຈາະຈົງ​ຕໍ່​ຈຳນວນ​ຄົນເລວີ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ນີ້. ຊາວ​ເລວີ​ໄດ້​ຖືກ​ມອບໝາຍ​ໃຫ້​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ​ສືບໄປ.


ເຢໂຮຍອາດາ​ໄດ້​ຕັ້ງ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໃຫ້​ດູແລ​ວຽກງານ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ຕາມ​ຄຳສັ່ງ​ທີ່​ກະສັດ​ດາວິດ​ໄດ້​ຈັດຕັ້ງ​ໄວ້ ໂດຍ​ໃຫ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຕາມ​ກົດບັນຍັດ​ຂອງ​ໂມເຊ. ນອກຈາກນີ້​ແລ້ວ ພວກເຂົາ​ຍັງ​ເປັນ​ຜູ້​ຮັບຜິດຊອບ​ຝ່າຍ​ດົນຕຼີ​ແລະ​ພິທີ​ສະຫລອງ.


ເພິ່ນ​ໄດ້​ຈັດຫາ​ສັດ​ຈາກ​ຝູງແກະ​ແລະ​ຝູງງົວ​ຂອງ​ເພິ່ນ​ເອງ​ມາ ເພື່ອ​ເຜົາ​ຖວາຍບູຊາ​ທຸກໆເຊົ້າ​ແລະ​ທຸກໆແລງ ສຳລັບ​ຖວາຍ​ໃນ​ວັນ​ຊະບາໂຕ, ໃນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ໃນ​ເທດສະການ​ອື່ນໆ​ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້.


ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ໝູ່ເພື່ອນ​ປະໂຣຫິດ​ຂອງ​ລາວ ແລະ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ​ພ້ອມ​ທັງ​ຍາດຕິພີ່ນ້ອງ, ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ທີ່​ເທິງ​ແທ່ນ​ນັ້ນ ຕາມ​ຄຳແນະນຳ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ.


ເຖິງ​ແມ່ນ​ວ່າ ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ຢ້ານກົວ​ຊົນຊາດ​ອື່ນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ກໍຕາມ ແຕ່​ພວກເຂົາ​ຍັງ​ສ້າງ​ແທ່ນບູຊາ​ຂຶ້ນ​ໃໝ່​ໄວ້​ໃນ​ບ່ອນ​ເກົ່າ​ຂອງ​ມັນ. ແລ້ວ​ພວກເຂົາ​ກໍ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ​ທີ່​ເທິງ​ແທ່ນ​ນັ້ນ​ອີກເທື່ອໜຶ່ງ ໃນ​ທຸກ​ເຊົ້າ ແລະ​ທຸກ​ແລງ.


ພວກ​ຂ້ານ້ອຍ, ປະຊາຊົນ, ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ ຈະ​ໃຊ້​ສະຫລາກ​ແຕ່ລະປີ ເພື່ອ​ຕັດສິນ​ຊີ້ຂາດ​ຢ່າງ​ຄັກແນ່​ວ່າ ຕະກຸນໃດ​ຈະ​ເປັນ​ຜູ້​ຈັດຫາ​ຟືນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ເພື່ອ​ເຜົາ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ກົດບັນຍັດ​ຂອງ​ພຣະອົງ​ໄດ້​ຂຽນ​ໄວ້.


ຈົ່ງ​ເປົ່າແກ​ເປັນ​ການ​ສະຫລອງ​ເທດສະການ ເມື່ອ​ຮອດ​ວັນ​ເດືອນ​ອອກ​ໃໝ່​ແລະ​ດວງຈັນ​ເຕັມ​ດວງ.


ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.


ຈົ່ງ​ເຜົາ​ຕ່ອນ​ແກະ​ທັງໝົດ​ນັ້ນ​ທີ່​ເທິງ​ແທ່ນ​ເປັນ​ການ​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ນີ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ.


ເຮົາ​ໄດ້​ໃຫ້​ອາຫານ​ແກ່​ເຈົ້າ​ເຊັ່ນ: ແປ້ງເຂົ້າ​ຢ່າງດີ​ທີ່ສຸດ, ນໍ້າມັນ​ໝາກກອກເທດ ແລະ​ນໍ້າເຜິ້ງ, ແຕ່​ເຈົ້າ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ບັນດາ​ຮູບເຄົາຣົບ​ເພື່ອ​ໃຫ້​ມັນ​ເຂົ້າຂ້າງ​ເຈົ້າ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຫລັງຈາກ​ເຮົາ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ທັງຫລາຍ ທີ່​ພວກເຈົ້າ​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ໂຮມ​ພວກເຈົ້າ​ເຂົ້າກັນ​ແລ້ວ; ເຮົາ​ຈະ​ຮັບ​ເຄື່ອງ​ຖວາຍບູຊາ​ຕ່າງໆ​ທີ່​ພວກເຈົ້າ​ນຳ​ມາ​ເຜົາ ແລະ​ຊົນຊາດ​ທັງຫລາຍ​ຈະ​ເຫັນ​ວ່າ​ເຮົາ​ບໍຣິສຸດ.


ມັນ​ແມ່ນ​ໜ້າທີ່​ຂອງ​ລາວ​ທີ່​ຈະ​ຈັດຫາ​ສັດ​ມາ​ເຜົາ​ຖວາຍບູຊາ ເອົາ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ມາ​ຖວາຍ​ສຳລັບ​ຊົນຊາດ​ອິດສະຣາເອນ​ທັງໝົດ ຍາມ​ເທດສະການ​ເດືອນ​ຂຶ້ນ​ໃໝ່, ໃນ​ວັນ​ຊະບາໂຕ ແລະ​ໃນ​ເທດສະການ​ອື່ນໆ. ລາວ​ຕ້ອງ​ຈັດຫາ​ເຄື່ອງ​ບູຊາ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍບູຊາ​ເຜົາ​ທັງໝົດ ແລະ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ມາ​ຖວາຍ​ເພື່ອ​ເປັນ​ການ​ຍົກ​ບາບ​ແກ່​ປະຊາຊົນ​ອິດສະຣາເອນ.”


ຜູ້​ທີ່​ນຳ​ສັດ​ມາ​ຖວາຍ​ນັ້ນ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ປະໂຣຫິດ​ກໍ​ຈະ​ນຳ​ສ່ວນ​ທັງໝົດ​ມາ​ຖວາຍ​ເຜົາ​ບູຊາ​ທີ່​ເທິງ​ແທ່ນບູຊາ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ພື​ປີກ​ຈີກ​ທ້ອງ​ນົກ​ອອກ ໂດຍ​ບໍ່​ໃຫ້​ປີກ​ຂາດ​ອອກ​ຈາກ​ໂຕ ແລະ​ໃຫ້​ປະໂຣຫິດ​ເຜົາ​ນົກ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ພວກ​ປະໂຣຫິດ​ທີ່​ເຮັດ​ພິທີ​ຈະ​ເຜົາ​ຕ່ອນ​ຊີ້ນ​ງົວ​ທັງໝົດ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ພວກເຂົາ​ຕ້ອງ​ໃຫ້​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຢ່າ​ເຮັດ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ເສື່ອມ​ເສຍ. ເພາະວ່າ​ພວກເຂົາ​ເປັນ​ຜູ້​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ, ເປັນ​ອາຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພວກເຂົາ​ຕ້ອງ​ບໍຣິສຸດ.


ປະຊາຊົນ​ຕ້ອງ​ຖື​ປະໂຣຫິດ​ວ່າ​ບໍຣິສຸດ ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຂົາ​ຕ້ອງ​ບໍຣິສຸດ​ຕໍ່​ພວກເຈົ້າ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ ແລະ​ເຮົາ​ສ້າງ​ປະຊາຊົນ​ຂອງເຮົາ​ໃຫ້​ບໍຣິສຸດ.


ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ເພື່ອ​ເປັນ​ການ​ຖວາຍ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ.


“ແຕ່​ພວກເຈົ້າ​ນັ້ນ​ໝິ່ນປະໝາດ​ເຮົາ ເມື່ອ​ພວກເຈົ້າ​ເວົ້າ​ວ່າ, ‘ແທ່ນບູຊາ​ຂອງເຮົາ​ໜ້າລັງກຽດ’ ແລະ​ເວລາ​ທີ່​ພວກເຈົ້າ​ຖວາຍ​ອາຫານ​ເປັນ​ມົນທິນ​ທີ່​ເທິງ​ແທ່ນ​ນັ້ນ.


ກໍ​ຢ່າງນີ້​ແຫລະ ຄື​ໂດຍ​ນຳ​ເອົາ​ອາຫານ​ທີ່​ເປັນ​ມົນທິນ​ມາ​ທີ່​ແທ່ນບູຊາ​ຂອງເຮົາ. ແລ້ວ​ພວກເຈົ້າ​ກໍ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ຂາດ​ການ​ນັບຖື​ພຣະອົງ​ຢ່າງໃດ​ແດ່?’ ເຮົາ​ຈະ​ບອກ​ໃຫ້​ພວກເຈົ້າ​ຮູ້​ກໍໄດ້ ຄື​ໂດຍ​ສະແດງ​ການ​ຫຍໍ້ຫຍັນ​ຕໍ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.


ຖ້າ​ການ​ຜິດພາດ​ຢ່າງ​ນີ້​ຫາກ​ໄດ້​ເກີດຂຶ້ນ​ເພາະ​ຊຸມຊົນ​ຮູ້ເທົ່າ​ບໍ່​ເຖິງການ ໃຫ້​ພວກເຈົ້າ​ນຳ​ງົວເຖິກ​ໂຕໜຶ່ງ​ມາ​ຕາມ​ພິທີ​ຖວາຍບູຊາ ຄູ່​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ຢ່າງດີ ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາ​ຕ້ອງ​ຖວາຍ​ແບ້ເຖິກ​ຕື່ມ​ອີກ​ໂຕໜຶ່ງ​ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.


ພວກເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ແກະ ຫລື​ແບ້​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ກໍໄດ້ ຕາມ​ພິທີ​ເຜົາ​ສັດ​ທັງໂຕ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍບູຊາ​ອັນ​ເນື່ອງ​ມາ​ຈາກ​ຜົນສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຖວາຍ​ບູຊາ​ຕາມໃຈ​ສະໝັກ ຫລື​ຖວາຍບູຊາ​ໃນ​ວັນ​ສະຫລອງ​ເທດສະການ​ຕ່າງໆ​ຕາມ​ປົກກະຕິ ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ອົງພຣະ​ຜູ້​ເປັນເຈົ້າ.


ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ລິດເຄິ່ງ. ກິ່ນ​ຫອມຫວນ​ຂອງ​ເຄື່ອງບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ


ອັນນີ້ ແມ່ນ​ລະບຽບການ​ຕ່າງໆ​ກ່ຽວກັບ​ການ​ເຜົາບູຊາ, ການ​ຖວາຍ​ພືດຜົນ​ເປັນເມັດ​ການ​ຖວາຍ​ເຫຼົ້າ​ອະງຸ່ນ ແລະ​ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ທີ່​ໃຫ້​ພວກເຈົ້າ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ເທດສະການ​ຕ່າງໆ​ທີ່​ໄດ້​ກຳນົດ​ໄວ້. ອັນ​ນີ້​ແມ່ນ​ຕື່ມ​ໃສ່​ການ​ຖວາຍ​ຂອງ​ພວກເຈົ້າ ອັນ​ສືບເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້​ເປັນ​ພິເສດ ຫລື​ການ​ຖວາຍບູຊາ​ຕາມ​ຄວາມ​ສະໝັກ​ໃຈ.


ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຫາກ​ບໍ່​ເປັນມົນທິນ​ແລະ​ບໍ່ໄດ້​ເດີນທາງ​ໄກ, ຜູ້​ນັ້ນ​ບໍ່ໄດ້​ຖື​ປັດສະຄາ, ກໍ​ຢ່າ​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ ເພາະ​ລາວ​ບໍ່ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ​ຕາມ​ກຳນົດ​ທີ່​ໄດ້​ຖືກ​ວາງ​ໄວ້. ລາວ​ຕ້ອງ​ຮັບ​ຜົນ​ບາບກຳ​ທີ່​ຕົນ​ໄດ້​ກະທຳ​ນັ້ນ.


ແລະ​ກ່າວ​ວ່າ, “ພວກເຮົາ​ເປັນ​ມົນທິນ​ຍ້ອນ​ພວກເຮົາ​ໄດ້​ແຕະຕ້ອງ​ຊາກສົບ, ແຕ່​ເປັນຫຍັງ​ພວກເຮົາ​ຈຶ່ງ​ຖືກ​ຍົກເວັ້ນ​ຈາກ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ກັບ​ຊາວ​ອິດສະຣາເອນ​ຄົນອື່ນໆ?”


ດ້ວຍວ່າ, ພວກເຮົາ​ເປັນ​ດັ່ງ​ກິ່ນ​ຫອມ​ຫວານ​ທີ່​ພຣະຄຣິດ​ຖວາຍ​ແກ່​ພຣະເຈົ້າ ໃນ​ທ່າມກາງ​ພວກ​ທີ່​ຖືກ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ແລະ​ໃນ​ທ່າມກາງ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ.


ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka