Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:19 - ພຣະຄຳພີສັກສິ

19 ຈົ່ງ​ເຜົາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ ດັ່ງນີ້: ງົວໜຸ່ມ​ສອງ​ໂຕ, ແກະເຖິກ​ໜຶ່ງ​ໂຕ ແລະ​ລູກ​ແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

Uka jalj uñjjattʼäta Copia luraña




ຈົດບັນຊີ 28:19
11 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍ​ແບ່ງ​ປະຊາຊົນ​ອອກ​ເປັນ​ໝວດ​ຕາມ​ຄອບຄົວ ແລະ​ເອົາ​ສັດ​ທີ່​ຈະ​ເປັນ​ເຄື່ອງ​ບູຊາ​ນັ້ນ​ຢາຍ​ໃຫ້ ເພື່ອ​ເຂົາ​ຈະ​ໄດ້​ຖວາຍ​ແດ່​ພຣະເຈົ້າຢາເວ ຕາມ​ທີ່​ໄດ້ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ.


ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ຢ່າ​ເອົາ​ສັດ​ມີ​ຕຳໜິ​ມາ​ຖວາຍ ເພາະວ່າ​ຈະ​ບໍ່​ເປັນ​ທີ່​ຖືກ​ຍອມຮັບ​ໄດ້.


ສຳລັບ​ສັດ​ແຕ່ລະໂຕ​ນັ້ນ​ໃຫ້​ຖວາຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ;


ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ແລະ​ເຫຼົ້າ​ອະງຸ່ນ​ເພີ່ມ​ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳ ພ້ອມ​ທັງ​ຖວາຍ​ພືດຜົນ​ເປັນເມັດ ສັດ​ທີ່​ນຳ​ມາ​ຖວາຍ​ນັ້ນ ຕ້ອງ​ມີ​ສຸຂະພາບ​ດີ ບໍ່ມີ​ຕຳໜິ.


ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ດັ່ງນີ້: ງົວເຖິກ​ໂຕໜຶ່ງ​ແກະເຖິກ​ໂຕໜຶ່ງ, ກັບ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ; ຊຶ່ງ​ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ, ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ແຕ່​ຖ້າ​ສັດ​ນັ້ນ​ບໍ່​ປົກກະຕິ​ຄື​ເປັນ​ງ່ອຍ ຫລື​ຕາບອດ ຫລື​ພິການ ຢ່າ​ນຳ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ເດັດຂາດ.


ຈົ່ງ​ນຳ​ສັດ​ມາ​ຖວາຍ​ບູຊາ ໂດຍ​ຂ້າ​ແກະ​ຫລື​ງົວ​ຕຽມ​ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.


ແຕ່​ຊົງ​ໄຖ່​ດ້ວຍ​ພຣະ​ໂລຫິດ ອັນ​ຊົງ​ມີຄ່າ​ຂອງ​ພຣະຄຣິດ ເໝືອນ​ດັ່ງ​ເລືອດ​ລູກແກະ ທີ່​ບໍ່ມີ​ຕຳໜິ​ຫລື​ຮອຍ​ດ່າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka